• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫຼຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ-19 ທີ່ມີຕໍ່ບັນດາກຸ່ມເປົ້າໝາຍມີຄວາມສ່ຽງສູງກ່ວາໝູ່ໃນອາຊຽນ

      ຕອນບ່າຍວັນທີ 10 ມິຖຸນາ, ກອງປະຊຸມພິເສດບັນດາລັດຖະມົນຕີອາຊຽນ ຮັບຜິດຊອບດ້ານສະຫວັດດີການສັງຄົມ ແລະ ພັດທະນາ ແນໃສ່ ຫຼຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ-19 ທີ່ມີຕໍ່ບັນດາກຸ່ມເປົ້າໝາຍມີຄວາມສ່ຽງສູງກ່ວາໝູ່ ໄດ້ຖືກຈັດຂຶ້ນທາງອອນລາຍ. ກອງປະຊຸມແມ່ນຂໍ້ລິເລີ່ມຂອງປະເທດ ສ.ປ.ປ.ລາວ ດ້ວຍບົດບາດເປັນປະທານລັດຖະມົນຕີອາຊຽນ ຮັບຜິດຊອບດ້ານສະຫວັດດີການສັງຄົມ ແລະ ພັດທະນາ. 

ທ່ານ ລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ດາວງອກຢຸງ
      ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມໃນຈຸດຖ່າຍທອດທີ່ຮ່າໂນ້ຍ, ທ່ານ ລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ດາວງອກຢຸງ ໃຫ້ຮູ້ວ່າ : ເພື່ອຮັບປະກັນການໜູນຊ່ວຍສັງຄົມໃນສະພາບເກີດ ໂລກລະບາດໂຄວິດ-19, ລັດຖະບານຫວຽດນາມ ໄດ້ຍົກອອກບ້ວງເງິນໜູນຊ່ວຍສັງຄົມດ້ວຍມູນຄ່າ 62. 000 ຕື້ກວ່າດົງເພື່ອຫນູນຊ່ວຍບັນດາກຸີ່ມເປົ້າໝາຍທີ່ແຕກຕ່າງກັນ. ນີ້ແມ່ນ ບ້ວງເງິນໜູນຊ່ວຍສັງຄົມຮອບດ້ານ ເພື່ອແນໃສ່ເບິ່ງແຍງຊີວິດການເປັນຢູ່ຂອງປະຊາຊົນ, ພິເສດແມ່ນບັນດາກຸ່ມເປົ້າໝາຍດ້ອຍໂອກາດ.
    ທີ່ກອງປະຊຸມ, ລັດຖະມົນຕີ 10 ທ່ານ ຮັບຜິດຊອບດ້ານສະຫວັດດີການສັງຄົມ ແລະ ພັດທະນາສັງຄົມ ທີ່ມາຈາກບັນດາປະເທດສະມາຊິກອາຊຽນ ໄດ້ເຫັນດີເປັນເອກະສັນຮັບຮອງຖະແຫຼງການຮ່ວມກ່ຽວກັບການ ຫຼຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ-19 ທີ່ມີຕໍ່ບັນດາກຸ່ມເປົ້າໝາຍມີຄວາມສ່ຽງສູງກ່ວາໝູ່ໃນອາຊຽນ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top