18/09/2019 14:01 GMT+7 Email Print Like 0

ຫຸ່ນປັ້ນດ້ວຍດິນຂອງພໍ່ເຖົ້າ ຢາບ

ຫຸ່ນປັ້ນດ້ວຍດິນແມ່ນເຄື່ອງຫຼິ້ນມູນເຊື້ອຂອງເດັກນ້ອຍ ຫວຽດນາມ ໃນສະໄໝກ່ອນ ແລະ ກໍ່ເປັນເຄື່ອງໄວ້ບູຊາຕັ້ງຢູ່ ໃນວັດ, ວິຫານ ແລະ ສາລາອີກດ້ວຍ. ທ່ານ ຟຸ່ງດິ່ງຢາບ, ຢູ່ ບ້ານ ດົງເຄ໋, ຕາແສງ ຊອງໂຮ່, ເມືອງ ຖ້ວນແທ່ງ, ແຂວງ ບັກນິງ ໄດ້ທຳອາຊີບຜະລິດຫຸ່ນປັ້ນດ້ວຍດິນມາເປັນເວລາກວ່າ 60 ປີ ໂດຍຈຸດປະສົງຢາກອະນຸລັກຮັກສາຈຸດສວຍງາມດ້ານ ວັດທະນະທຳພື້ນເມືອງ, ປະກອບສ່ວນສຶກສາໃຫ້ແກ່ລຸ້ນໄວໜຸ່ມຮູ້ເຖິງປະຫວັດສາດ, ລັກສະນະດ້ານວັດທະນະທຳ ຫວຽດ. 
ໃນພາເຂົ້າກະກຽມໃຫ້ແກ່ບຸນໄຫວ້ພະຈັນໃນສະໄໝກ່ອນ, ນອກຈາກໝາກໄມ້ 5 ຊະນິດ, ເຂົ້າໜົມ... ແນ່ນອນ ຕ້ອງມີຫຸ່ນປັ້ນດ້ວຍດິນຊຸດໜຶ່ງ, ໂຄມໄຟຮູບດວງດາວ ແລະ ຫຸ່ນຄົນ ປະລິນຍາເອກໂຕໜຶ່ງທີ່ເຮັດດ້ວຍເຈ້ຍ. 

ຫຸ່ນປັ້ນດ້ວຍດິນຊຸດໜຶ່ງລວມມີ 5 ພາບພົດ: ຢືນທາງກາງແມ່ນ ພະພຸດທະເຈົ້າ, ຖືຄວາມໝາຍທາງດ້ານຄວາມມະໂນຈິດແມ່ນຢາກໃຫ້ລູກຫຼານຕ້ອງມີມະໂນທຳ ແລະ ຄຸນສົມບັດໃນການ ດຳລົງຊີວິດ; ພາບພົດທີ 2,3 ແມ່ນພໍ່ເຖົ້າ ແລະ ເດັກນ້ອຍ, ເປັນສັນຍາລັກໃຫ້ແກ່ການເຊື່ອມຕໍ່ລະຫວ່າງບັນດາເຊັ່ນຄົນ;  ພາບພົດທີ 4 ແມ່ນໂຕນົກ, ສະແດງໃຫ້ຄວາມຍອດປາຖະໜາຕໍ່ເສລີພາບ, ສັນຕິພາບ; ພາບພົດສຸດທ້າຍແມ່ນໂຕເຕົ່າ, ເປັນສັນຍາລັກໃຫ້ແກ່ກຳລັງແຮງ  ແລະ ຄວາມໝັ້ນຍືນ. 

ວັດຖຸດິບໄດ້ນຳໃຊ້ໃນການຜະລິດຫຸ່ນແມ່ນດິນໜຽວ ແລະ ເຈ້ຍສາ. ດິນໜຽວໄດ້ຂຸດຂຶ້ນມາຈາກລະດັບຄວາມເລິກແຕ່ 2-2,5 ແມັດ, ເອົາໄປຕາກແຫ້ງ, ທັບ ແລະ ບົດຈົນມຸ່ນ, ແລ້ວເອົາ ໄປເຂິງ ເຖິງເວລາໃຊ້ມືຈັບເອົາ ເຫັນແຫຼກດີແມ່ນໄດ້. ເຈ້ຍສາແຊ່ໃນນຳ້ມາເປັນເວລາ 7 ວັນ, ຫຼັງຈາກເຫັນມັນມຸ່ນທັງໝົດ ຈະເອົາໄປປົນກັບດິນ, ທັງປົນທັງໃຊ້ສາກທັບຈົນເຖິງເວລາ ເຈ້ຍສາ ແລະ ດິນຕິດແໜ້ນເຂົ້າກັນ ແລ້ວເອົາມາປັ້ນ, ປັ້ນແລ້ວ ຈຶ່ງເອົາໄປຕາກແດດໃຫ້ມັນແຫ້ງ. 


ດິນທີ່ໄດ້ນຳໃຊ້ໃນການຜະລິດຫຸ່ນປັ້ນດ້ວຍດິນ ແມ່ນດິນໜຽວ. ພາບ: ແຄ໋ງລອງ/VNP


 ການແຕ່ງຮູບຊົງໃຫ້ຫຸ່ນ ສ່ວນຫຼາຍຕ້ອງເຮັດດ້ວຍມື, ສ່ວນໜ້ອຍໄດ້ເຮັດດ້ວຍຂອບ. ພາບ: ແຄ໋ງລອງ/VNP


ເຫຼົາໄມ້ໄຜ່ໃຫ້ ບາງ ແລະ ແຫຼມ ເພື່ອແຕ່ງຮູບຊົງໃຫ້ຫຸ່ນ. ພາບ: ກົງດາດ/VNP


ຫຼັງຈາກປັ້ນອອກມາແລ້ວ, ຫຸ່ນຈະໄດ້ເອົາໄປຕາກແດດ ໃນເວລາ 6-7 ວັນ ເພື່ອໃຫ້ມັນແຫ້ງດີ. ພາບ: ແຄ໋ງລອງ/VNP


ສີທີ່ໄດ້ນຳໃຊ້ໃນການແຕ້ມສີໃຫ້ຫຸ່ນ ຈະແມ່ນສີຂາວ, ສີເຫຼືອງ, ສີຟ້າ, ສີແດງ ແລະ ສີດຳ. ພາບ: ກົງດາດ/VNP


ຫຸ່ນປັ້ນດ້ວຍດິນພື້ນເມືອງຊຸດໜຶ່ງ. ພາບ: ແຄ໋ງລອງ/VNP

ຫຸ່ນປັ້ນດ້ວຍດິນຫຼັງຈາກຕາກແຫ້ງແລ້ວ ຈະໄດ້ເອົາມາທາ ນຳ້ເຂົ້າແປ້ງຊັ້ນໜຶ່ງ (ຕົ້ມດ້ວຍແປ້ງເຂົ້າໜຽວ), ຫຼັງຈາກນັ້ນ ເອົາໄປຕາກຈົນແຫ້ງ  ແລ້ວເອົາມາທາ ນຳ້ສີໃຫ້ສຳເລັດ. ເຖິງວ່າ ບໍ່ໄດ້ເຜົາດ້ວຍໄຟ, ແຕ່ບັນດາຜະລິດຕະພັນຫຸ້ນປັ້ນດ້ວຍດິນ ມີຄວາມທົນທານສູງ. ສີທີ່ໄດ້ນຳໃຊ້ເພື່ອແຕ້ມ ໃຫ້ຫຸ່ນປັ້ນ ດ້ວຍດິນ ສ່ວນຫຼາຍ ຈະແມ່ນສີຂາວ, ສີເຫຼືອງ, ສີຟ້າ, ສີແດງ ແລະ ສີດຳ. 

ປັດຈຸບັນ, ຢູ່ບ້ານ ດົງເຄ໋ ເຫຼືອພຽງຄອບຄົບທ່ານ ຟຸ່ງດິ່ງຢາບ ແມ່ນຍັງຮັກສາອາຊີບຜະລິດຫຸ່ນປັ້ນດ້ວຍດິນເທົ່ານັ້ນ. ເລີ່ມທຳອາຊີບດັ່ງກ່າວຕັ້ງແຕ່ໄວອາຍຸຫາແຕ່ 8-9 ປີ, ເຖິງປັດຈຸບັນ, ທ່ານ ຢາບ ມີຄວາມສະໜິດຕິດພັນກັບອາຊີບ
ມູນເຊື້ອຂອງຄອບຄົວຕົນເອງ ໄດ້ກວ່າ 60 ປີຢູ່ແລ້ວ. 

ໃນຊຸມປີມໍ່ໆ ມານີ້, ນອກຈາກບັນດາຕົວລະຄອນຫຸ່ນມູນເຊື້ອ, ຄອບຄົວທ່ານ ຢາບ ຍັງຜະລິດສັດຫຼາຍໂຕ ແລະ ເຄື່ອງຫຼິ້ນ ຫຼາຍຢ່າງດ້ວຍດິນໜຽວຄື: ຕຸກກະຕາ, ລົດໂອໂຕ, ລົດຍົນ, ໄດໂນເສົາ ແລະ ອື່ນໆ ເພື່ອຕອບສະໜອງໃຫ້ແກ່ຄວາມຕ້ອງການຂອງເດັກນ້ອຍ. ໃນໄລຍະພັກແລ້ງ, ເຮືອນຂອງເພິ່ນກາຍເປັນສະຖານທີ່ ຕ້ອນຮັບເດັກນ້ອນຫຼາຍຄົນແຕ່ນະຄອນຫຼວງ ມາຊອກຮູ້ກ່ຽວກັບວິທີການປັ້ນເຄື່ອງຫຼິ້ນດ້ວຍດິນໜຽວ. 

ທ່ານ ຟຸ່ງດິ່ງຢາບ ໃຫ້ຮູ້ວ່າ: “ອາຊີບຜະລິດຫຸ່ນປັ້ນດ້ວຍດິນແມ່ນອາຊີບໄດ້ສືບທອດພາຍໃນວົງຕະກຸນ, ເຖິງຂ້າພະເຈົ້າແມ່ນ ລຸ້ນທີ 3. ບໍ່ຮູ້ອາຊີບດັ່ງກ່າວ ໄດ້ກຳເນີດເກີດຂຶ້ນຕັ້ງແຕ່ເວລາໃດ, ແຕ່ແນ່ນອນວ່າ ຂ້າພະເຈົ້າຈະບໍ່ເຮັດໃຫ້ມັນສູນຫາຍໄປ. ໃນຄອບຄົວຂ້າພະເຈົ້າ ພວມມີ ເມຍ ແລະ ລູກຊ້າຍ ໄດ້ທຳ ອາຊີບດັ່ງກ່າວ. ໃນສະພາບການເຄື່ອງຫຼິ້ນພື້ນເມືອງ ນັບມື້ນັບ ມີໜ້ອຍຄົນ ມີຄວາມນິຍົມຫຼິ້ນ, ຂ້າພະເຈົ້າແຮງຕ້ອງອະນຸລັກຮັກສາຫຼາຍກວ່າເກົ່າ”.

ຫຸ່ນປັ້ນສັດ 12 ລາສີ. ພາບ: ແຄ໋ງລອງ/VNP


ພື້ນຮອງທຽນຄູ່ໜຶ່ງມີຮູບນົກກາງແກ ໄດ້ນຳໃຊ້ເພື່ອການບູຊາ. ພາບ: ແຄ໋ງລອງ/VNP


ຫຸ່ນປັ້ນໂຕມັງກອນໃນຊຸດຮູບປັ້ນສັດ 12 ລາສີ. ພາບ: ແຄ໋ງລອງ/VNP


ນົກຈັບເທິງຫຼັງຄວາຍ, ຮູບພາບໜຶ່ງທີ່ເຄີຍເຫັນຢູ່ເຂດຊົນນະບົດ
ຫວຽດນາມ. ພາບ: ແຄ໋ງລອງ/VNP



ໄກ່ຜູ້ ໄດ້ປັ້ນ ແລະ ສ້າງຮູບຊົງຢ່າງປະດິດປະດອຍ.  ພາບ: ກົງດາດ/VNP


ໂຕແຮດໄດ້ປັ້ນ ແລະ ສ້າງຮູບຊົງດ້ວຍມື. ພາບ: ກົງດາດ/VNP


ອັນເຂັ່ຍຂີ້ກອກຢາ  ຖືຮູບໂຕເຕົ່າ. ພາບ: ກົງດາດ/VNP


ໂຕໝາທີ່ໜ້າຮັກ ໄດ້ປັ້ນດ້ວຍດິນ. ພາບ: ກົງດາດ/VNP


ຮູບພາບເຈົ້າພໍ່ຂຸນຄັງ ແລະ ເຈົ້າຖ່ິນເຈົ້າຖານ ໄດ້ປັ້ນດ້ວຍດິນ . ພາບ: ກົງດາດ/VNP

ບົດ ແລະ ພາບ: ແຄ໋ງລອງ, ກົງດາດ