• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວ​ຽດ​ນາມ ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ເພື່ອ​ແກ້​ໄຂ​​ຂໍ້​ຂັດ​ແຍ່ງ​ຢູ່ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນ​ຕິ​ວິ​ທີ

ທ່ານ ເອກອັກຄະລັດຖະທູດ ໄດ້ເຮັດໃຫ້ແຈ້ງສະພາບການໃນເວລາມໍ່ໆມານີ້, ໃນນັ້ນມີບັນດາເຫດລ່ວງລະເມີດເຂດເສດຖະກິດພິເສດ, ໄຫຼ່ທະວີບຂອງ ຫວຽດນາມ ຢ່າງຮ້າຍແຮງ.
 
ທ່ານ ເລຮຸຍຮ່ວາງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂມຊຳບິກ ຕອບສຳພາດກັບນັກຂ່າວ (ພາບ: TTXVN)

ຫວຽດນາມ ຮ່ວມມືກັບບັນດາປະເທດເພື່ອແກ້ໄຂຂໍ້ຂັດແຍ່ງຢູ່ທະເລຕາເວັນອອກໂດຍສັນຕິວິທີນີ້ແມ່ນຄຳຢັ້ງຢືນຂອງ ທ່ານ ເລຮຸຍຮ່ວາງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂມຊຳບິກ ໃນການບັນລະຍາຍຢູ່ມະຫາວິທະຍາໄລ Joaquim Chissano ດ້ວຍຫົວຂໍ້ວ່າ “ສະພາບການຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ນະໂຍບາຍການຕ່າງປະເທດ ຂອງ ຫວຽດນາມ” ໃນວັນທີ 15 ສິງຫາ. ທ່ານ ເອກອັກຄະລັດຖະທູດ ໄດ້ເຮັດໃຫ້ແຈ້ງສະພາບການໃນເວລາມໍ່ໆມານີ້, ໃນນັ້ນມີບັນດາເຫດລ່ວງລະເມີດເຂດເສດຖະກິດພິເສດ, ໄຫຼ່ທະວີບຂອງ ຫວຽດນາມ ຢ່າງຮ້າຍແຮງ, ເນັ້ນໜັກເຖິງຄວາມມານະພາຍາຍາມຂອງ ຫວຽດນາມ ໃນການຮ່ວມມືກັບບັນດາປະເທດເພື່ອແກ້ໄຂບັນດາຂໍ້ຂັດແຍ່ງຢູ່ທະເລຕາເວັນອອກໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

        ສ່ວນການພົວພັນກັບ ອາຊຽນ ແລະ ບັນປະເທດ, ທ່ານ ເອກອັກຄະລັດຖະທູດຢັ້ງຢືນວ່າ ຫວຽດນາມມີຄວາມສະເໝີຕົ້ນສະເໝີປາຍໃນການປະຕິບັດແນວທາງການຕ່າງປະເທດທີ່ມີຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ເປີດກ້ວາງ, ຫັນການພົວພັນສາກົນເປັນຫຼາຍຮູບແບບ ແລະ ຫຼາຍຝ່າຍ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top