ຫວຽດນາມ - ອີຕາລີ ແລກປ່ຽນບັນດາມາດຕະການສົມທົບກັນໃນການປ້ອງກັນ, ສະກັດກັ້ນໂລກລະບາດ, ເພີ່ມທະວີການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ
ຕອນບ່າຍວັນທີ 19 ພຶດສະພາ, ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Luigi Di Maio ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນອີຕາລີ, ເພື່ອແລກປ່ຽນບັນດາມາດຕະການສົມທົບກັນປ້ອງກັນ, ສະກັດກັ້ນໂລກລະບາດ, ເພີ່ມທະວີການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍລະຫວ່າງສອງປະເທດ.

ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ
(ພາບ: dangcongsan.vn)
ໃນການໂອ້ລົມທາງໂທລະສັບ, ໂດຍຕີລາຄາສູງຜົນສຳເລັດຂອງຫວຽດນາມໃນວຽກງານຮັບມືກັບໂລກລະບາດ Covid - 19. ທ່ານ Luigi Di Maioໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລ້ຳຄ່າເຊິ່ງລັດຖະບານແລະປະຊາຊົນຫວຽດນາມສະຫງວນໃຫ້ລັດຖະບານ ແລະ ປະຊາຊົນອີຕາລີໃນໄລຍະທີ່ປະສົບກັບຄວາມຫຍຸ້ງຍາກ, ທ່ານກໍ່ຕີລາຄາວ່າ ນີ້ແມ່ນກິລິຍາການກະທຳທີ່ສະແດງໃຫ້ເຫັນນ້ຳໃຈມິດຕະພາບ ແລະ ຄວາມສາມັກຄີລະຫວ່າງສອງປະເທດ.
ທາງດ້ານການພົວພັນສອງຝ່າຍ, ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ, ເຫັນດີຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນລະຫວ່າງສອງປະເທດເມື່ອສະພາບການກັບຄືນສູ່ເປັນປົກກະຕິ, ພ້ອມທັງເພີ່ມທະວີບັນດາກົນໄກປຶກສາຫາລື ແລະ ປະສານງານການພົວພັນເພື່ອກຳນົດທິດຜັນຂະຫຍາຍການຮ່ວມມືຫວຽດນາມ - ອີຕາລີໃນບັນດາຂົງເຂດຄື ເສດຖະກິດ -ການຄ້າ, ວິທະຍາສາດ - ເຕັກໂນໂລຢີ, ວັດທະນະທຳ - ການສຶກສາຢ່າງມີປະສິດທິຜົນໃນໄລຍະໃໝ່. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນ ຢ່າງແໜ້ນແຟ້ນໃນບັນດາບັນຫາສາກົນ ແລະ ຊຸກຍູ້ການພົວພັນລະຫວ່າງ ອາຊຽນ ແລະ ອີຕາລີໃນປີຫວຽດນາມດຳລົງຕຳແໜ່ງເປັນ ປະທານອາຊຽນ 2020 ແລະ ກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021.
(ແຫຼ່ງຄັດຈາກ VOV)