• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ: ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ຊ່ວຍ​ເຫຼືອ ຊີ​ຣີ ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19

ວັນທີ 29 ກໍລະກົດ, ສະພາຄວາມໝັ້ນຄົງ ສປຊ ຢູ່ນິວຢອກ ໄດ້ຮັບຟັງການລາຍງານ ແລະ ການແລກປ່ຽນກ່ຽວກັບສະພາບການມະນຸດສະທຳຢູ່ຊີຣີທີ່ຖືກຜົນສະທ້ອນຢ່າງໜັ້ກໜ່ວງຈາກໂລກລະບາດ Covid – 19.

ກອງປະຊຸມທາງອອນລາຍກ່ຽວກັບສະພາບການຢູ່ຊີຣີ (ພາບ: TTXVN)

ນະທີ່ນີ້, ຫວຽດນາມ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນໜູນຊ່ວຍ, ເພື່ອຄ້ຳປະກັນດ້ານສະບຽງອາຫານ ແລະ ເພີ່ມທະວີຄວາມສາມາດໃນການຮັບມືກັບໂລກລະບາດ Covid – 19.

ເມື່ອແບ່ງປັນທັດສະນະກັບບັນດາປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ, ທ່ານ ດັ້ງດິ່ງກຸ໊ຍ - ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ໄດ້ເນັ້ນໜັກເຖິງຄວາມສຳຄັນໃນການການເຄື່ອນໄຫວມະນຸດສະທຳຢູ່ທຸກໆເຂດ, ພາກຂອງຊີຣີຜ່ານການຮັກສາຄວາມໝັ້ນຄົງ ແລະ ສະຖຽນລະພາບ, ປະຕິບັດຂໍ້ຕົກລົງຢຸດຍິງຢູ່ເຂດຕາເວັນຕົກສ່ຽງເໜືອຢ່າງເຂັ້ມງວດ ແລະ ຕອບສະໜອງຄຳຮຽກຮ້ອງຢຸດຍິງໃນທົ່ວປະເທດຂອງ ທ່ານ ເລຂາທິການໃຫຍ່ ສປຊ. ທ່ານກໍ່ສະແດງຄວາມຊົມເຊີຍຕໍ່ການໜູນຊ່ວຍປະຊາຊົນຊີຣີຂອງປະຊາຄົມສາກົນ ແລະ ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືລະຫວ່າງ ລັດຖະບານຊີຣີ ແລະ ບັນດາອົງການສປຊ ໃນບັນຫານີ້. ທ່ານ ດັ້ງດິ່ງກຸ໊ຍ ເນັ້ນໜັກວ່າ 2 ໜ້າທີ່ບຸລິມະສິດ ກ່ອນອື່ນໝົດ ແມ່ນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ເພີ່ມທະວີຄວາມສາມາດໃນການຮັບມືກັບໂລກລະລາດ Covid – 19 ໃຫ້ແກ່ຊີຣີ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top