ຂ່າວສານ
ຫວຽດນາມ ເຊື່ອໝັ້ນວ່າສາຍພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ຈະສືບຕໍ່ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ

ທ່ານຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ ເຢືອງຮວ່າຍນາມ (ພາບ: vov.vn)
ປະເທດຫວຽດນາມ ເຢືອງຮວ່າຍນາມ ຢັ້ງຢືນວ່າ ຫວຽດນາມ ເຊື່ອໝັ້ນວ່າ ເຖິງວ່າປະທານາທິບໍດີ ອາເມລິກາ
ອາຍຸການໃໝ່ນີ້ຈະແມ່ນທ່ານໃດກໍຕາມ ຫວຽດນາມກໍ ສືບຕໍ່ສະໜັບສະໜູນວິວັດການພັດທະນາຂອງການພົວພັນ
ລະຫວ່າງ ຫວຽດນາມ - ອາເມລິກາ. ທ່ານກ່າວວ່າ:
“ກ່ອນອື່ນໝົດ ຕ້ອງຢັ້ງຢືນວ່າ ການເລືອກຕັ້ງປະທານາທິບໍດີ ອາເມລິກາ ແມ່ນ ວຽກງານພາຍໃນຂອງປະເທດ ອາເມລິກາ ແລະ ມີພຽງແຕ່ປະຊາຊົນ ອາເມລິກາ ຈິ່ງມີສິດຕັດສິນ. ຫວຽດນາມ ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ ບົນພື້ນຖານເຄົາລົບເອກະລາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບົບການເມືອງຂອງກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຫວຽດນາມ ຫວັງວ່າ ອາເມລິກາ ຈະສືບຕໍ່ຊຸກຍູ້ການພົວພັນລະຫວ່າງສອງປະເທດ ໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະ ໝັ້ນແກ່ນ”.
ທ່ານ ເຢືອງຮວ່າຍນາມ ຖືວ່າ, ພາຍຫຼັງ 25 ປີທີ່ສ້າງຕັ້ງການພົວພັນ ລະຫວ່າງ ຫວຽດນາມ - ອາເມລິກາ, ສອງປະເທດ ໄດ້ມີຫຼາຍບາດກ້າວເດີນທີ່ຍາວໄກ, ພັດທະນາຢ່າງແທດຈິງ, ເຂົ້າສູ່ລວງເລິກ, ສ້າງພື້ນຖານອັນໝັ້ນແກ່ນເພື່ອໃຫ້ສອງປະເທດສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ. ຫວຽດນາມ ເຊື່ອໝັ້ນວ່າ ເຖິງວ່າທ່ານໃດໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີອາເມລິກາກໍຕາມ ຫວຽດນາມ ຈະສືບຕໍ່ສະໜັບສະໜູນວິວັດການດັ່ງກ່າວ.
(ແຫຼ່ງຄັດຈາກ VOV)