ຂ່າວສານ
ຫວຽດນາມ ເຂົ້າຮ່ວມ ວາລະປຶກສາຫາລືຂັ້ນສູງຜ່ານທາງອອນລາຍຂອງ ສະພາຄວາມໝັ້ນຄົງສະຫະປະຊາຊາດ

ທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)
ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານ ເລຮ່ວາຍຈຸງ ຖືວ່າ ຄວນສ້າງບັນດາສາຍພົວພັນມິດຕະພາບລະຫວ່າງບັນດາປະເທດ ແລະ ວັດທະນະທຳເຄົາລົບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ. ຕາມນັ້ນແລ້ວ, ຄວນເຊີດຊູລັດທິຫຼາຍຝ່າຍດ້ວຍບົດບາດເປັນໃຈກາງຂອງສະຫະປະຊາຊາດໃນການຮ່ວມມືສາກົນ. ພ້ອມກັນນັ້ນ, ສະພາຄວາມໝັ້ນຄົງ ຄວນເອົາໃຈໃສ່ເປັນພິເສດຕໍ່ການແກ້ໄຂບັນດາສາຍເຫດຕົ້ນຕໍຂອງການປະທະກັນ ແລະ ຂາດຄວາມໝັ້ນຄົງ, ລວມມີການເຂົ້າຮ່ວມບັນດາໄລຍະທັງໝົດຂອງການປະທະກັນຈາກການສະກັດກັ້ນ, ກ່າວເຕືອນໂດຍໄວຕະຫຼອດຮອດການສະເໜີມາດຕະການ, ຈາກການຟື້ນຟູຕະຫຼອດຮອດການພັດທະນາແບບຍືນຍົງພາຍຫຼັງການປະທະກັນ. ເນື່ອງໃນໂອກາດນີ້, ທ່ານ ເລຮ່ວາຍຈຸງ ຢັ້ງຢືນວ່າ: ຫວຽດນາມ ໄດ້, ພວມ ແລະ ຈະເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈເພື່ອສັນຕິພາບ ແລະ ພັດທະນາແບບຍືນຍົງ, ກຽມພ້ອມປະກອບສ່ວນເຂົ້າບັນດາຄວາມມານະພະຍາຍາມລວມຂອງປະຊາຄົມສາກົນແນໃສ່ຮັບມືກັບບັນດາສິ່ງທ້າທາຍຂອງຍຸກສະໄໝ.
(ແຫຼ່ງຄັດຈາກ VOV)