• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ປາດ​ຖະ​ໜາ​ວ່າ ມຽນ​ມາ ຈະ​ກັບ​ຄືນ​ສູ່​ສະ​ພາບ​ເປັນ​ປົກ​ກະ​ຕິ​ໂດຍ​ໄວ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ

“ຫວຽດນາມ ຈະສືບຕໍ່ຮ່ວມມືກັບບັນດາປະເທດອື່ນໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ມານະພະຍາຍາມຊອກຫາມາດຕະການແກ້ໄຂບັນຫາຢູ່ ມຽນມາ..."

ໃນການຖະແຫຼງຂ່າວ ທີ່ຈັດຂຶ້ນໃນຕອນບ່າຍວັນທີ 11 ມີນາ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ສະແດງຄວາມວິຕົກກັງວົນຕໍ່ສະພາບການໃຊ້ຄວາມຮຸນແຮງ ແລະ ສະພາບລົ້ມຫາຍຕາຍຈາກທີ່ສືບຕໍ່ເພີ່ມຂຶ້ນຢູ່ ມຽນມາ ໃນຊຸມວັນມໍ່ໆມານີ້ກ ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງອົດກັ້ນ, ບໍ່ນໍາໃຊ້ອາວຸດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີຜ່ານການເຈລະຈາ; ພ້ອມທັງປາດຖະໜາວ່າ ມຽນມາ ຈະກັບຄືນສູ່ສະພາບເປັນປົກກະຕິໂດຍໄວ ເພື່ອຜົນປະໂຫຍດຂອງປະຊາຊົນ, ເພື່ອສັນຕິພາບ, ສະຖຽນລະພາບຂອງພາກພື້ນ. ທ່ານນາງ ເລທິທູຮັ່ງ ຢັ້ງຢືນວ່າ:

        “ຫວຽດນາມ ຈະສືບຕໍ່ຮ່ວມມືກັບບັນດາປະເທດອື່ນໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ມານະພະຍາຍາມຊອກຫາມາດຕະການແກ້ໄຂບັນຫາຢູ່ ມຽນມາ. ຫວຽດນາມ ກໍໄດ້ຮຽກຮ້ອງໃຫ້ ມຽນມາ ຮັບປະກັນຄວາມປອດໄພແກ່ຊີວິດອິນຊີ ກໍຄື ຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ວິສາຫະກິດ ຫວຽດນາມ ຢູ່ ມຽນມາ. ສະຖານທູດ ຫວຽດນາມ ປະຈຳ ມຽນມາ ພວມຕິດຕາມສະພາບການໃກ້ຊິດ, ຕິດຕໍ່ກັບອົງການເຈົ້າໜ້າທີ່ທີ່ມີຄວາມຮັບຜິດຊອບຂອງປະເທດປະຈຳຖິ່ນ, ຜູ້ປະສານງານປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ມຽນມາ ເປັນປະຈຳ ເພື່ອອັບເດດຂໍ້ມູນ ແລະ ໃຫ້ຄຳກ່າວເຕືອນຢ່າງທັນການ, ມີມາດຕະການປົກປ້ອງພົນລະເມືອງໃນກໍລະນີທີ່ຈຳເປັນຢ່າງພ້ອມພຽງ”.

 

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

 ເມື່ອຕອບຄຳຖາມຂອງນັກຂ່າວສະເໜີໃຫ້ຮູ້ທັດສະນະຂອງ ຫວຽດນາມ ກ່ຽວກັບ “ເອກະສານແນະນຳຍຸດທະສາດຄວາມໝັ້ນຄົງແຫ່ງຊາດສະບັບຊົ່ວຄາວ” ຂອງ ອາເມລິກາ ທີ່ໄດ້ວາງອອກຫວ່າງມໍ່ໆມານີ້, ທ່ານນາງ ເລທິທູຮັ່ງກ່າວວ່າ:

        “ທັດສະນະຂອງ ຫວຽດນາມ ແມ່ນປາດຖະໜາ ແລະ ຊົມເຊີຍບັນດາຂໍ້ລິເລີ່ມທີ່ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ; ບັນດາຂໍ້ລິເລີ່ມທີ່ອີງໃສ່ພື້ນຖານເຄົາລົບກົດໝາຍສາກົນ, ເໝາະສົມກັບຜົນປະໂຫຍດຂອງບັນດາປະເທດ ແລະ ບົດບາດຂອງ ອາຊຽນ ໃນເວທີພາກພື້ນ ແລະ ສາກົນ”.

        ກ່ຽວຂ້ອງເຖິງກອງປະຊຸມຂອງກຸ່ມ 4 ປະເທດ ອາເມລິກາ, ຍີ່ປຸ່ນ, ອົດສະຕາລີ ແລະ ອິນເດຍ, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ກໍຢັ້ງຢືນວ່າ:

 

        “ຫວຽດນາມ ຍາມໃດກໍເອົາໃຈໃສ່ ແລະ ຕິດຕາມການຜັນແປ ແລະ ສະພາບຂອງການພາກພື້ນ ໃນນັ້ນ ມີບັນດານະໂຍບາຍການຕ່າງປະເທດຂອງບັນດາປະເທດມະຫາອຳນາດ. ຫວຽດນາມ ປາດຖະໜາວ່າ ບັນດາປະເທດ ຄວນສືບຕໍ່ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ວັດທະນາຖາວອນຂອງພາກພື້ນ ກໍຄືໃນໂລກ. ຮັກສາການຮ່ວມມື ແລະ ເຄົາລົບບົດບາດເປັນໃຈກາງຂອງ ອາຊຽນ”.  

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top