• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຈະ​ມີ​ບາດ​ກ້າວ​ບຸກ​ທະ​ລຸ​ຍຸດ​ທະ​ສາດ​ໃນ​ການ​ປະ​ຕິ​ຮ​ູບ​ລະ​ບອບ​ລະ​ບຽບ​ການ, ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່, ຫັນ​ເປັນ​ດີ​ຈີ​ຕອນ ແລະ ປົວ​ແປງ​ສະ​ພາບ​ແວດ​ລ້ອມ​ລົງ​ທຶນ

ດ້ວຍພື້ນຖານເສດຖະກິດມະຫາພາກທີ່ໝັ້ນຄົງ, ກຳລັງບົ່ມຊ້ອນພັດທະນາ, ຫວຽດນາມ ຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກໃນສະເພາະໜ້າ ເພື່ອຟື້ນຟູ ໂດຍອີງໃສ່ບັນດາກຳລັງພັດທະນາເສດຖະກິດໃໝ່. ຫວຽດນາມ ໃຫ້ຄຳໝັ້ນສັນຍາສ້າງສະພາບແວດລ້ອມລົງທຶນຕາມມາດຕະຖານສາກົນ ກໍຄືນຳມາເຊິ່ງໂອກາດດຳເນີນທຸລະກິດໃໝ່ໃຫ້ແກ່ນັກລົງທຶນຕ່າງປະເທດເວົ້າລວມ, ນັກລົງທຶນ ສ.ເກົາຫຼີ ເວົ້າສະເພາະ. 
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາໂຕະມົນກັບບັນດາກຸ່ມບໍລິສັດໃຫຍ່ຂອງ ສ.ເກົາຫຼີ  (ພາບ:  TTXVN)

ຕອນບ່າຍວັນທີ 14 ທັນວາ, ໂດຍສືບຕໍ່ການເຄື່ອນໄຫວໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາໂຕະມົນກັບບັນດາກຸ່ມບໍລິສັດໃຫຍ່ຂອງ ສ.ເກົາຫຼີ ໂດຍບໍລິສັດ Kim & Chang ຈັດຂຶ້ນ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຢັ້ງຢືນວ່າ:

        “ພວກຂ້າພະເຈົ້າ ຫວັງວ່າ ໃນການຢ້ຽມຢາມ ສ.ເຫຼົາຫຼີ ຄັ້ງນີ້ ສາຍພົວພັນຄູ່ຮ່ວມມືຍຸດທະສາດຂອງ ສ.ເກົາຫຼີ ຈະນັບມື້ນັບແທດຈິງ. ລັດຖະບານ ຫວຽດນາມ ຍາມໃດກໍຖື ສ.ເກົາຫຼີ ເປັນຄູ່ຮ່ວມມືສຳຄັນແຖວໜ້າ ແລະ ນອນໃນບຸລິມະສິດທາງດ້ານນະໂຍບາຍການຕ່າງປະເທດ ກໍຄື ການພັດທະນາເສດຖະກິດສັງຄົມຂອງ ຫວຽດນາມ. ພວກຂ້າພະເຈົ້າກໍພ້ອມແລ້ວທີ່ຈະແບ່ງປັນທັດສະນະ, ການກຳນົດທິດ ກ່ຽວກັບມາດຕະການລະອຽດກັບພວກທ່ານ ເພື່ອສືບຕໍ່ຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ.”

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກໍຢັ້ງຢືນວ່າ ການຫັນເປັນສີຂຽວ ແລະ ຫັນເປັນດີຈີຕອນ ພວມແມ່ນທ່າອ່ຽງໃຫຍ່ຂອງໂລກ ແລະ ຫວຽດນາມ ກໍພວມດຳເນີນຕາມທ່າອ່ຽງນີ້. ໃນຂົງເຂດ ການເງິນ, ທະນາຄານ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສະເໜີໃຫ້ທະນາຄານ ແລະ ກຸ່ມບໍລິສັດການເງິນ ສ.ເກົາຫຼີ ເພີ່ມທະວີການລົງທຶນຢູ່ ຫວຽດນາມ ເພື່ອພັດທະນາບັນດາຜະລິດຕະພັນ, ການບໍລິການທະນາຄານຢູ່ ຫວຽດນາມ. ທ່ານກໍເນັ້ນໜັກວ່າ ດ້ວຍພື້ນຖານເສດຖະກິດມະຫາພາກທີ່ໝັ້ນຄົງ, ກຳລັງບົ່ມຊ້ອນພັດທະນາ, ຫວຽດນາມ ຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກໃນສະເພາະໜ້າ ເພື່ອຟື້ນຟູ ໂດຍອີງໃສ່ບັນດາກຳລັງພັດທະນາເສດຖະກິດໃໝ່. ຫວຽດນາມ ໃຫ້ຄຳໝັ້ນສັນຍາສ້າງສະພາບແວດລ້ອມລົງທຶນຕາມມາດຕະຖານສາກົນ ກໍຄືນຳມາເຊິ່ງໂອກາດດຳເນີນທຸລະກິດໃໝ່ໃຫ້ແກ່ນັກລົງທຶນຕ່າງປະເທດເວົ້າລວມ, ນັກລົງທຶນ ສ.ເກົາຫຼີ ເວົ້າສະເພາະ./.

 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top