• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ນິວຊີແລນ ພ້ອມກັນມຸ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດ

      ໃນຂອບເຂດການຢ້ຽມຢາມ ນິວຊີແລນ ແຕ່ວັນທີ 27 – 29 ພະຈິກ, ຢູ່ນະຄອນຫລວງ Wellington ແລະ ນະຄອນ Auckland, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢຸງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາແຫ່ງຊາດ ນິວຊີແລນ Trevor Mallard, ເຮັດວຽກກັບລັດຖະມົນຕີ ນິວຊີແລນ ບາງທ່ານ, ຢ້ຽມຢາມສະຖານທູດ ຫວຽດນາມ ແລະ ພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ນິວຊີແລນ.

ທ່ານ ຈິ້ງດີງຢຸງ ແລະ ທ່ານ Trevor Mallard (ພາບ:TTXVN)
      ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ Trevor Mallard ເນັ້ນໜັກວ່າ: ໃນສະພາບການໂລກ ແລະ ພາກພື້ນພວມຢືນຢູ່ຕໍ່ໜ້າສິ່ງທ້າທາຍຫລາຍຢ່າງ, 2 ປະເທດຕ້ອງສືບຕໍ່ສະໜັບສະໜູນລັດທິຫລາຍຝ່າຍ ແລະ ການຄ້າເສລີ; ທ່ານຢັ້ງຢືນວ່າ ນິວຊີແລນ ສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ແລະ ຄວາມມານະພະຍາຍາມລວມຂອງ ອາຊຽນ ແນໃສ່ຊອກຫາມາດຕະການສົມເຫດສົມຜົນໃຫ້ແກ່ບັນຫາທະເລຕາເວັນອອກ ບົນພື້ນຖານເຄົາລົບກົດໝາຍສາກົນ.
        ສ່ວນທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ປາດຖະໜາວ່າ: ສະພາແຫ່ງຊາດ ນິວຊີແລນ ຈະສືບຕໍ່ສະໜັບສະໜູນ 2 ປະເທດຍູ້ແຮງການຮ່ວມມືໃນທຸກຂົງເຂດ, ພິເສດແມ່ນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຄ້າ, ການລົງທຶນ, ກະສິກຳ, ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ ແລະ ພົວພັນແລກປ່ຽນປະຊາຊົນ…
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top