• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ກຳປູເຈຍ ສະຫລຸບວຽກງານປັກຫຼັກໝາຍຊາຍແດນ

      ຕອນເຊົ້າວັນທີ 05 ຕຸລາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo HunSen ໄດ້ເປັນປະທານຮ່ວມກອງປະຊຸມສະຫລຸບວຽກງານປັກຫຼັກໝາຍຊາຍແດນທາງບົກ ຫວຽດນາມ - ກຳປູເຈຍ ໄລຍະປີ 2006 – 2019. ນາຍົກລັດຖະມົນຕີ 2 ທ່ານກໍ່ໄດ້ເຊັນເອກະສານນິຕິກຳສຳຄັນກ່ຽວກັບຊາຍແດນ 2 ສະບັບ.

ຫວຽດນາມ - ກຳປູເຈຍ ສະຫລຸບວຽກງານປັກຫຼັກໝາຍຊາຍແດນ
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ອະທິປະໄຕຜືນແຜ່ນດິນ, ຊາຍແດນແຫ່ງຊາດ ຍາມໃດກໍ່ແມ່ນສິ່ງສັກກາລະບູຊາຂອງແຕ່ລະປະເທດ. ຜ່ານການຜັນແປຂອງປະຫວັດສາດ, ຫວຽດນາມ, ກຳປູເຈຍ ຍາມໃດກໍ່ແມ່ນ 2 ປະເທດບ້ານໃກ້ເຮືອນຄຽງ ອ້າຍນ້ອງຮັກແພງກັນ, ມີສາຍພົວພັນອັນສະໜິດແໜ້ນມາແຕ່ດົນນານ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:
        “ພິທີລົງນາມຖືກຈັດຂຶ້ນຢ່າງສົມກຽດໃນມື້ນີ້ ແມ່ນຄຳຖະແຫຼງຢ່າງແຮງຕໍ່ພາກພື້ນ ແລະ ໂລກຂອງ 2 ປະເທດເອກະລາດ, ມີອະທິປະໄຕແມ່ນສາທາລະນະລັດສັງຄົມນິຍົມ ຫວຽດນາມ ແລະ ລາຊະອານາຈັກ ກຳປູເຈຍ ກ່ຽວກັບເຈດຈຳນົງ, ຄວາມຕັດສິນໃຈຮ່ວມມື, ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມືພ້ອມກັນພັດທະນາ ບົນພື້ນຖານເຄົາລົບຜືນແຜ່ນດິນອັນຄົບຖ້ວນ, ຜົນປະໂຫຍດຂອງກັນ, ສະເໝີພາບເພື່ອພ້ອມກັນມີຜົນປະໂຫຍດ, ເພື່ອຄວາມຜາສຸກ ແລະ ຈະເລີນຮຸ່ງເຮືອງຂອງປະຊາຊົນ 2 ປະເທດ.
        ສ່ວນທ່ານນາຍົກລັດຖະມົນຕີ Samdech HunSen ກໍ່ຢືນຢັນວ່າ ພິທີລົງນາມເອກະສານປະຫວັດສາດ 2 ສະບັບນີ້ ແມ່ນພະຍານຫຼັກຖານຢ່າງຈະແຈ້ງ, ແມ່ນຄວາມຄືບໜ້າໃນການແກ້ໄຂບັນຫາຊາຍແດນລະຫວ່າງ 2 ປະເທດຢ່າງເປັນໜ້າຊື່ນຊົມ. ຜົນງານອັນຍິ່ງໃຫຍ່ໃນວຽກງານຂີດເສັ້ນ, ປັກຫຼັກໝາຍຊາຍແດນ ເຊິ່ງ 2 ປະເທດບັນລຸໄດ້ ແມ່ນເລີ່ມມາຈາກຄວາມມານະພະຍາຍາມ ໃນການຊອກຫາມາດຕະການແກ້ໄຂລວມ ໂດຍອີງໃສ່ນ້ຳໃຈມິດຕະພາບ ແລະ ເປັນເພື່ອນມິດນັບຫລາຍສິບປີຜ່ານມາ.
        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 04 ຕຸລາ ຢູ່ຮ່າໂນ້ຍ ກໍ່ໄດ້ດຳເນີນກອງປະຊຸມສົ່ງເສີມການລົງທຶນ ແລະ ການຄ້າ ຫວຽດນາມ - ກຳປູເຈຍ 2019.
 (ແຫຼ່ງຄັດຈາກ VOV)
 

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top