• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ກຳປູເຈຍ ລົງນາມໃນບົດບັນທຶກກຳນົດທິດການຮ່ວມມືໃນ 28 ຂົງເຂດຢ່າງຮອບດ້ານ

      ຕອນເຊົ້າວັນທີ 21 ສິງຫາ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດກຳປູເຈຍ, ໄດ້ດຳເນີນກອງປະຊຸມຄັ້ງທີ 17 ຄະນະກຳມະການປະສົມ ລະຫວ່າງ ຫວຽດນາມ - ກຳປູເຈຍ.

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິ່ງມິງ ແລະ ທ່ານຮອງນາຍົກລັດຖະມົນຕີກຳປູເຈຍ Prak Sokhonn ໄດ້ລົງນາມໃນບົດບັນທຶກການຮ່ວມມືຂອງກອງປະຊຸມ (ພາບ: TTXVN)
      ກອງປະຊຸມຄັ້ງທີ 17 ຂອງຄະນະກຳມະການປະສົມລະຫວ່າງ ຫວຽດນາມ - ກຳປູເຈຍກ່ຽວກັບການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດ ແລະ ເຕັກນິກໄດ້ຮັບການຈັດຕັ້ງພາຍໃຕ້ການເປັນປະທານຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ Prak Sokhonn.
        ທີ່ກອງປະຊຸມນີ້, ສອງຝ່າຍໄດ້ພ້ອມກັບຕີລາຄາ ແລະ ສະແດງຄວາມເພິ່ງພໍໃຈກ່ຽວກັບບັນດາໝາກຜົນທີ່ບັນລຸ້ໄດ້ຂອງການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ 2 ປະເທດໃນໄລຍະທີ່ຜ່ານມາເຊິ່ງໄດ້ຮັບການເພີ່ມທະວີທັງຂອບຂະໜາດ ແລະ ທັງປະສິດທິຜົນ. ສອງຝ່າຍກໍ່ໄດ້ປຶກສາຫາລືເພື່ອເຫັນດີເປັນເອກະພາບຕໍ່ທິດທາງສືບຕໍ່ຊຸກຍູ້ການຮ່ວມມືສອງຝ່າຍໃນທຸກໆຂົງເຂດໃນໄລຍະຈະມາເຖິງ.
        ສິ້ນສຸດກອງປະຊຸມ, ທ່ານ ຟ້າມບິ່ງມິງ ແລະ ທ່ານ  Prak Sokhonn ໄດ້ລົງນາມໃນບົດບັນທຶກຂໍ້ຕົກລົງດ້ວຍບັນດາເນື້ອໃນ, ລາຍການຮ່ວມມືຢ່າງລະອຽດໃນ 28 ຂົງເຂດ.
 (ແຫຼ່ງຄັດຈາກ VOV)

ສະພາແຫ່ງຊາດຮັບຮອງເອົາກົດໝາຍສຳຄັນສາມສະບັບໃນຂົງເຂດການແພດ

ສະພາແຫ່ງຊາດຮັບຮອງເອົາກົດໝາຍສຳຄັນສາມສະບັບໃນຂົງເຂດການແພດ

ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ​, ສຳ​ລັບ​ກົດ​ໝາຍ ວ່າ​ດ້ວຍການບໍລິຈາກ, ການຮັບເອົາ, ການ​ຕັດ​ຕໍ່ເນື້ອເຍື່ອ, ອະ​ໄວ​ຍະ​ວະຂອງຮ່າງກາຍມະນຸດ ແລະ ການບໍລິຈາກ, ການ​ຮັບເອົາສົບ ສະ​ພາ​ແຫ່ງ​ຊາດ​ຮັກ​ສາຫຼັກ​ການ​ບໍ​ອະ​ນຸ​ຍາດ ຮັບເອົາ​ເນື້ອ​ເຍື່ອ ແລະ ອະ​ໄວ​ຍະ​ວະ​ຮ່າງ​ກາຍ ຂອງ​ຜູ້​ມີ​ອາ​ຍຸ​ຕ່ຳ​ກວ່າ 18ປີ​ເພື່ອ​ຜ່າ​ຕັດ​ປ່ຽນໃຫ້​ຄົນ​ອື່ນ.

Top