• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ລາວເພີ່ມທະວີການຮ່ວມມືໃນຂົງເຂດຫໍສະໝຸດກອງທັບ

      ຕອນບ່າຍວັນທີ 5 ສິງຫາ, ຢູ່ນະຄອນຫຼວງວຽງຈັນ, ຫໍສະໝຸດກອງທັບປະຊາຊົນ ຫວຽດນາມ ໄດ້ສົມທົບກັບຫໍສະໝຸດກອງທັບປະຊາຊົນ ລາວ ຈັດຕັ້ງກອງປະຊຸມປະເມີນຜົນຂອງການຮ່ວມມືໃນໄລຍະທີ່ຜ່ານມາ, ພ້ອມທັງສະເໜີ ທິດທາງການຮ່ວມມືໃນໄລຍະຈະມາເຖິງ.
         ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ພັນໂທ ພິມພາ ປັນຍາຮັກ, ຜູ້ອຳນວຍການຫໍສະໝຸດ ກອງທັບປະຊາຊົນ ລາວ, ໄດ້ຕີລາຄາສູງການໜຸນຊ່ວຍ ຂອງຫໍສະໝຸດກອງທັບປະຊາຊົນ ຫວຽດນາມ ຕໍ່ກັບຫໍສະໝຸດກອງທັບປະຊາຊົນ ລາວ. ທ່ານ ພັນໂທ ພິມພາ ປັນຍາຮັກ ໄດ້ສະເໜີໃຫ້ຫໍສະໝຸດກອງທັບປະຊາຊົນ ຫວຽດນາມ ຊ່ວຍເຫຼືອການບຳລຸງສ້າງ, ຍົກລະດັບວິຊາການໃຫ້ແກ່ພະນັກງານ, ນັກຮົບຂອງ         ຫໍສະໝຸດກອງທັບປະຊາຊົນ ລາວ, ເພີ່ມທະວີການພົວພັນຮ່ວມມືແລກປ່ຽນດ້ານຂໍ້ມູນຂ່າວສານ, ປື້ນປະເພດຕ່າງໆເພື່ອຕອບສະໜອງຄວາມຕ້ອງການຂອງພະນັກງານ, ນັກຮົບ ແລະ ທົ່ວສັງຄົມ…
        ເນື່ອງໃນໂອກາດນີ້, ຫໍສະໝຸດກອງທັບປະຊາຊົນ ຫວຽດນາມ ໄດ້ມອບອຸປະກອນຫ້ອງການຈຳນວນໜຶ່ງໃຫ້ແກ່ຫໍສະໝຸດກອງທັບປະຊາຊົນລາວລວມມີ: ຄອມພິວເຕີ, ເຄື່ອງພິມເອກະສານ, ເຄື່ອງ scan ແລະ ຈັກ photocopy.
 (ແຫຼ່ງຄັດຈາກ VOV)

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ທ່ານ Ibrahim Kalin ຜູ້ອຳນວຍການອົງການສືບຂ່າວແຫ່ງຊາດ ຕວັກກີ ໄດ້ມີການປຶກສາຫາລືຢູ່ນະຄອນ ອານກາຣາ ກັບຄະນະຜູ້ແທນຂັ້ນສູງຂອງຂະບວນການອິດສະລາມ ຮາມາດໂດຍທ່ານ Muhammad Darwish ນຳໜ້າ.

Top