• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ຍີ່ປຸ່ນ ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ

      ວັນທີ 02 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວນລິກ ໄດ້ເປັນປະທານພິທີຕ້ອນຮັບຄະນະຜູ້ແທນການທະຫານຂັ້ນສູງ ຍີ່ປຸ່ນ ໂດຍທ່າລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Takeshi Iwaya ເປັນຫົວໜ້າ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ການພົບປະເຈລະຈາລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ຫວຽດນາມ - ຍີ່ປຸ່ນ (ພາບ:TTXVN)
      ທີ່ການພົບປະເຈລະຈາ ເຊິ່ງຖືກຈັດຂຶ້ນພາຍຫຼັງພິທີຕ້ອນຮັບ, ລັດຖະມົນຕີສອງທ່ານ ເຫັນດີ ສືບຕໍ່ເພີ່ມທະວີການພົວພັນຮອບດ້ານ, ນໍາການຮ່ວມມືໃນຂົງເຂດປ້ອງກັນຊາດລະຫວ່າງສອງປະເທດ ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງ; ສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍເປັນປະທານຮ່ວມ ກຸ່ມນັກຊ່ຽວຊານ ADMM+  ກ່ຽວກັບການຮັກສາສັນຕິພາບ ເຊິ່ງສອງປະເທດຈະແປກຫາບ ເມື່ອ ຫວຽດນາມ ເປັນປະທານໝູນວຽນຂອງ ອາຊຽນ ໃນປີ 2020. ພ້ອມກັນນັ້ນ, ສືບຕໍ່ຜັນຂະຫຍາຍບັນດາເນື້ອໃນບໍາລຸງສ້າງ, ໜູນຊ່ວຍຍົກສູງກໍາລັງຄວາມສາມາດ, ເຕັກໂນໂລຢີຂໍ້ມູນຂ່າວສານ, ຮັກສາສັນຕິພາບ ສປຊ; ຍູ້ແຮງການຜັນຂະຫຍາຍວຽກງານເສນາຮັກ, ອຸດສາຫະກໍາປ້ອງກັນຊາດ.
        ທ່ານລັດຖະມົນຕີ ໂງຊວນລິກ ປາດຖະໜາຢາກໃຫ້ກະຊວງປ້ອງກັນປະເທດ ຍີ່ປຸ່ນ ພ້ອມກັບບັນດາກະຊວງ, ຂະແໜງການອື່ນ ຂອງຍີ່ປຸ່ນ ສືບຕໍ່ຍູ້ແຮງການຮ່ວມມືກັບ ກະຊວງປ້ອງກັນປະເທດ ຫວຽດນາມ ໃນບາງຂົງເຂດຄື ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ຢູ່ຫວຽດນາມ, ຮັກສາຄວາມປອດໄພໃນການເດີນທາງທະເລ, ການກູ້ໄພກູ້ຊີບ, ເຂົ້າຮ່ວມການຮັກສາສັນຕິພາບ ສປຊ. 
 (ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top