• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ສ.ເກົາຫຼີ ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ

      ສອງຝ່າຍເຫັນດີນໍາກັນວ່າ ໃນໄລຍະຈະມາເຖິງຈະສືບຕໍ່ຮັກສາ ແລະ ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ໃນນັ້ນໄດ້ສຸມໃສ່ເພີ່ມທະວີການຮ່ວມມືທາງດ້ານ ອຸດສາຫະກໍາປ້ອງກັນຊາດ...

ທ່ານພົນໂທ ຫງວຽນຈີ໊ວີ້ງ ມອບດອກໄມ້ໃຫ້ແກ່  ທ່ານ Suh Choo Suk
      ກອງປະຊຸມສົນທະນາກ່ຽວກັບນະໂຍບາຍປ້ອງກັນຊາດ ລະຫວ່່າງຫວຽດນາມ - ສ.ເກົາຫຼີ ຄັ້ງທີ 7 ຖືກດໍາເນີນໃນຕອນເຊົ້າວັນທີ 10 ທັນວາ ຢູ່ນະຄອນໂຮ່ຈີມິນ. ທ່ານພົນໂທ ຫງວຽນຈີ໊ວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນຊາດຫວຽດນາມ, ຫົວໜ້າຄະນະຜູ້ແທນກະຊວງປ້ອງກັນຊາດຫວຽດນາມ ແລະ ທ່ານ Suh Choo Suk, ຮອງລັດຖະມົົນຕີກະຊວງປ້ອງກັນຊາດສ.ເກົາຫຼີ, ຫົວໜ້າຄະນະຜູ້ແທນກະຊວງປ້ອງກັນຊາດສ.ເກົາຫຼີ ເປັນປະທານຮ່ວມກອງປະຊຸມ.
        ທີ່ວາລະປະຊຸມສົນທະນາຄັ້ງທີ 7, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບຄວາມໝັ້ນຄົງຂອງໂລກ, ພາກພື້ນ ແລະ ບັນດາບັນຫາສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍເຫັນດີນໍາກັນວ່າ ໃນໄລຍະຈະມາເຖິງຈະສືບຕໍ່ຮັກສາ ແລະ ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ໃນນັ້ນໄດ້ສຸມໃສ່ເພີ່ມທະວີການຮ່ວມມືທາງດ້ານ ອຸດສາຫະກໍາປ້ອງກັນຊາດ, ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງການປົກປັກຮັກສາສັນຕິພາບ ສປຊ, ສົມທົບກັນໃນບັນດາເວທີປາໄສໃນຂອບເຂດຫຼາຍຝ່າຍ.
 (ແຫຼ່ງຄັດຈາກ VOV)
 

ໄຂວັນ​ບຸນ​ແກ່ວງ​ໝາກ​ຄອນ 3 ປະ​ເທດ ຫວຽດ​ນາມ - ລາວ - ຈີນ​ຄັ້ງ​ທີ IX

ໄຂວັນ​ບຸນ​ແກ່ວງ​ໝາກ​ຄອນ 3 ປະ​ເທດ ຫວຽດ​ນາມ - ລາວ - ຈີນ​ຄັ້ງ​ທີ IX

ວັນບຸນແກ່ວາງໝາກຄອນ 3 ປະເທດ ຫວຽດນາມ - ລາວ - ຈີນ ໂດຍບັນດາທ້ອງຖິ່ນ ມີເສັ້ນຊາຍແດນລວມຂອງສາມປະເທດ ຫວຽດນາມ, ລາວ, ຈີນ ໝູນວຽນກັນຈັດຂຶ້ນ.

Top