• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ຈຸດນັດພົບທີ່ດູດດື່ມສຳລັບບັນດາບໍລິສັດປະດິດສ້າງຂອງ ສ. ເກົາຫຼີ

ບົດລາຍງານກໍ່ສະແດງໃຫ້ເຫັນວ່າບໍລິສັດປະດິດ ສ້າງຂະໜາດນ້ອຍ ແລະ ກາງຂອງ ສ. ເກົາຫຼີ ມີທ່າອ່ຽງຖອນຕົວອອກຈາກພື້ນຖານເສດຖະກິດໃຫຍ່ທີ່ສອງໃນໂລກເພື່ອດຳເນີນການເຄື່ອນໄຫວລົງທຶນເຂົ້າ ຫວຽດນາມ ໂດຍກົງ.
ບັນດາບໍລິສັດປະດິດສ້າງຂອງ ສ. ເກົາຫຼີ  ໄດ້ຍ້າຍຈຸດສຸມການລົງທຶນໂດຍກົງຂອງຕ່າງປະເທດຈາກ ຈີນ ໄປສູ່ ຫວຽດນາມ ເພື່ອໄດ້ຮັບຜົນປະໂຫຍດຈາກບັນດານະໂຍບາຍບຸລິມະສິດດ້ານພາສີອາກອນ, ຄ່າແຮງງານຖືກ ແລະ ບັນດາເງື່ອນໄຂສະດວກອື່ນໆອີກ. ບົດລາຍງານທີ່ປະກາດເມື່ອວັນທີ 22 ພະຈິກຂອງສະຫະພັນບັນດາຂະແໜງອຸດສາຫະກຳຂອງ ສ ເກົາຫຼີ ຊີ້ໃຫ້ເຫັນວ່າ ຫວຽດນາມ ກວມເອົາ 17,7% ຍອດເງິນລົງທຶນໂດຍກົງຢູ່ຕ່າງປະເທດຂອງ ສ. ເກົາຫຼີ ໃນປີ 2017, ເພີ່ມຂຶ້ນສູງເມື່ອທຽບໃສ່ຕົວເລກ 3,7% ໃນປີ 1990. ໃນຂະນະນັ້ນ, ຈຳນວນເງິນລົງທຶນເຂົ້າ ຈີນ ໄດ້ຫລຸດລົງຍັງເຫຼືອພຽງ 27,6%, ຈາກລະດັບ 44,5% ໃນຊຸມປີ 2000. ບົດລາຍງານກໍ່ສະແດງໃຫ້ເຫັນວ່າບໍລິສັດປະດິດ ສ້າງຂະໜາດນ້ອຍ ແລະ ກາງຂອງ ສ. ເກົາຫຼີ ມີທ່າອ່ຽງຖອນຕົວອອກຈາກພື້ນຖານເສດຖະກິດໃຫຍ່ທີ່ສອງໃນໂລກເພື່ອດຳເນີນການເຄື່ອນໄຫວລົງທຶນເຂົ້າ ຫວຽດນາມ ໂດຍກົງ.
(ແຫຼ່ງຄັດຈາກ VOV)

ຕະຫຼາດຫຼັກ​ຊັບ ຫວຽດ​ນາມ ໄດ້​ຍົກ​ລະ​ດັບ​ຂຶ້ນເປັນ​ຕະຫຼາດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນຂັ້ນສອງ​ຢ່າງ​ເປັນ​ທາງ​ການ

ຕະຫຼາດຫຼັກ​ຊັບ ຫວຽດ​ນາມ ໄດ້​ຍົກ​ລະ​ດັບ​ຂຶ້ນເປັນ​ຕະຫຼາດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນຂັ້ນສອງ​ຢ່າງ​ເປັນ​ທາງ​ການ

ກອງ​ປະ​ຊຸມ​ໄດ້​ຈັດ​ຂຶ້ນ​ເພື່ອ​ແຈ້ງ​ຂ່າວ​ກ່ຽວ​ກັບ​ເລື່ອງ​ຕະຫຼາດຫຼັກ​ຊັບ ​ຫວຽດ​ນາມ ໄດ້​ເລື່ອນຂຶ້ນ​ລະ​ດັບ​ກາຍ​ເປັນ​ຕະຫຼາດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ​ຕາມ​ການຈັດ​ແບ່ງ​ຂອງ FTSE Russell ຢ່າງ​ເປັນ​ທາງ​ການ3.

Top