• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ລາວດຳເນີນກອງປະຊຸມຂັ້ນຮອງປະທານຄະນະກຳມະການຮ່ວມມືລະຫວ່າງ ສອງປະເທດ

      ຕອນເຊົ້າວັນທີ 27 ພະຈິກ, ຢູ່ແຂວງເງະອານ, ຄະນະກຳມະການຮ່ວມມືຫວຽດນາມ - ລາວ ແລະ ລາວ - ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມ ຂັ້ນຮອງປະທານເພື່ອຕີລາຄາການປະຕິບັດຂໍ້ຕົກລົງຮ່ວມມື ປີ 2019 ແລະ ແລກປ່ຽນທິດທາງໃນການຮ່ວມມືປີ 2020.

ກອງປະຊຸມຂັ້ນຮອງປະທານຄະນະກຳມະການຮ່ວມມືລະຫວ່າງ ສອງປະເທດ ຫວຽດນາມ - ລາວ
      ຄະນະຜູ້ແທນ ຫວຽດນາມໂດຍທ່ານ ຫງວຽນວັນຈຸງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຮອງປະທານຄະນະກຳມະການ ຮ່ວມມື ຫວຽດນາມ - ລາວ ນຳໜ້າ ແລະ ທາງຝ່າຍລາວໂດຍທ່ານຄຳເຜີຍ ແກ້ວກິນນາລີ ຮອງລັດຖະມົນຕີກະຊວງແຜນການແລະ ການລົງທຶນລາວ, ຮອງປະທານຄະນະກຳມະການ ຮ່ວມມື ລາວ - ຫວຽດນາມ ນຳໜ້າ ພ້ອມກັບບັນດາການນຳຂະແໜງການຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.
            ກ່ຽວກັບໄລຍະທີ່ຈະມາເຖິງ 2 ຝ່າຍໄດ້ເຫັນດີສືບຕໍ່ສົມທົບກັນຜັນຂະຫຍາຍ, ຍູ້ແຮງການຮ່ວມມືຮອບດ້ານໃນທຸກຂົງເຂດ, ໃນນັ້ນ, ສຸມໃສ່ເພີ່ມທະວີການພົວພັນດ້ານການເມືອງ; ຍົກສູປະສິດທິຜົນຂອງບັນດາການຮ່ວມມື; ຜັນຂະຫຍາຍປະຕິບັດເນື້ອໃນຖະແຫຼງການຮ່ວມ ແລະ ຂໍ້ຕົກລົງຕ່າງໆໃຫ້ເປັນຢ່າງດີ; ສືບຕໍ່ໂຄສະນາ, ເຜີຍແຜ່ສຶກສາອົບຮົມ, ມູນເຊື້ອມິດຕະພາບຄວາມສາມັກຄີແບບພິເສດລະຫວ່າງ ສອງປະເທດ; ຊຸກຍູ້ການຜັນຂະຫຍາຍໂຄງການກໍ່ສ້າງເສັ້ນທາງດ່ວນ ຮ່າໂນ້ຍ - ວຽງຈັນ, ຂໍ້ຕົກລົງຜັນຂະຫຍາຍເສັ້ນທາງລົດໄຟ ວຽງຈັນ - ທ່າກ່ຳປັ່ນ  ວູ້ງອ໊າງ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top