• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ອີຕາລີ ຜັນຂະຫຍາຍແຜນການເຄື່ອນໄຫວ ຄູ່ຮ່ວມມືຍຸດທະສາດໄລຍະ 2019 – 2020

ໂດຍໄດ້ຮັບຄໍາເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ, ທ່ານ Enzo Moavero Milanesi ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ອີຕາລີ ໄດ້ມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 6 – 8 ພຶດສະພາ. 

ການພົບປະເຈລະຈາລະຫວ່າງສອງຝ່າຍ ທີ່ດໍາເນີນໃນຕອນເຊົ້າວັນທີ 7 ພຶດສະພາ, ຢູ່ຮ່າໂນ້ຍ (ພາບ:TTXVN)

ທີ່ການພົບປະເຈລະຈາ ທີ່ດໍາເນີນໃນຕອນເຊົ້າວັນທີ 7 ພຶດສະພາ, ຢູ່ຮ່າໂນ້ຍ, ສອງຝ່າຍຢັ້ງຢືນວ່າ ຈະສືບຕໍ່ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ, ຮັກສາ ແລະ ຜັນຂະຫຍາຍບັນດາກົນໄກເຈລະຈາຍຸດທະສາດຂັ້ນຮອງລັດຖະມົນຕີການຕ່າງປະເທດ,  ການເຈລະຈານະໂຍບາຍດ້ານປ້ອງກັນຊາດຂັ້ນຮອງລັດຖະມົນຕີ ແລະ ຄະນະກໍາມະການປະສົມ ກ່ຽວກັບການຮ່ວມມືດ້ານເສດຖະກິດລະຫວ່່າງ ຫວຽດນາມ - ອີຕາລີ ຢ່າງມີປະສິດທິຜົນ. ສອງຝ່າຍ ກໍເຫັນດີຈະຜັນຂະຫຍາຍການລົງນາມໃນ ແຜນການດໍາເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ອີຕາລີ ໄລຍະ 2019 – 2020 ໃນໄລຍະຈະມາເຖິງ ໂດຍໄວ.

        ຝ່າຍ ອີຕາລີ ຢັ້ງຢືນວ່າ ການຮ່ວມມືດ້ານເສດຖະກິດ ສືບຕໍ່ແມ່ນບຸລິມະສິດໃນການຮ່ວມມືສອງຝ່າຍ, ພ້ອມທັງໃຫ້ຄໍາໝັ້ນສັນຍາ ເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນຂອງ ອີຕາລີ ຢູ່ ຫວຽດນາມ, ເຊິ່ງເປັນຄູ່ຮ່ວມມືສໍາຄັນແຖວໜ້າຂອງ ອີຕາລີ ໃນ ອາຊຽນ. ສອງຝ່າຍເຫັນດີຊຸກຍູ້ ອີຢູ ລົງນາມ ແລະ ໃຫ້ສັດຕະຍາບັນ ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ໂດຍໄວ ເພື່ອຜົນປະໂຫຍດຂອງປະຊາຄົມວິສາຫະກິດສອງປະເທດ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ສະເໜີກະຊວງການຕ່າງປະເທດ ອີຕາລີ, ສືບຕໍ່ໜູນຊ່ວຍຫວຽດນາມໃນຂົງເຂດອະນຸລັກຮັກສາປູຊະນີຍະສະຖານ, ເພີ່ມຈໍານວນທຶນການສຶກສາ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ນັກສຶກສາ, ນັກຄົ້ນຄວ້າຫວຽດນາມ ທີ່ໄປຮຽນຢູ່ ອີຕາລີ ໃຫ້ຫຼາຍກວ່າອີກ; ເພີ່ມທະວີບັນດາໂຄງການຄົ້ນຄວ້າກັບຫວຽດນາມ ໃຫ້ຫຼາຍກວ່າອີກ ແລະ ນໍາວິທະຍາສາດ - ເຕັກໂນໂລຢີ ກາຍເປັນຂົງເຂດຮ່ວມມື ຮັບບຸລິມະສິດໃນໄລຍະຈະມາເຖິງ.

        ສອງຝ່າຍເຫັນດີສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສ, ອົງການຈັດຕັ້ງສາກົນ; ຢັ້ງຢືນສະໜັບສະໜູນການພົວພັນ ຫວຽດນາມ - ອີຢູ ແລະ ການພົວພັນລະຫວ່າງ ອີຕາລີ ກັບບັນດາປະເທດ ອາຊຽນ, ໃນສະພາບທີ່ຫວຽດນາມ ດໍາລົງຕໍາແໜ່ງສໍາຄັນ ເປັນປະທານ ອາຊຽນ ໃນປີ 2020 ແລະ ໃນໄລຍະທີ່ຫວຽດນາມ ກໍາລັງ ອອກສະໝັກເລືອກຕັ້ງເປັນ ກໍາມະການບໍ່່ປະຈໍາການ ສະພາຄວາມໝັ້້ນຄົງ ສປຊ 2020 – 2021.

        ສອງຝ່າຍກໍໄດ້ແລກປ່ຽນກ່ຽວກັບຄວາມສໍາຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ, ການບິນ ຢູ່ທະເລຕາເວັນອອກ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top