• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ​ແລະ ອີ​ຢູ ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົ​ງ​ເຂດ​ຮັກສາ​ສັນຕິພາບ ສປຊ

ວັນທີ 10 ກຸມພາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຂວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Axelle Nicaise, ອັກຄະລັດຖະທູດ, ຄະນະຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ຫວຽດນາມ.

ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຂວງປ້ອງກັນປະເທດ ຫວຽດນາມ ຕ້ອນຮັບທ່ານນາງ Axelle Nicaise, ອັກຄະລັດຖະທູດ, ຄະນະຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ຫວຽດນາມ (ພາບ: qdnd.vn)

ທ່ານນາງ Axelle Nicaise ໃຫ້ຮູ້ວ່າ ຝ່າຍ ອີຢູ ໄດ້ໃຫ້ສັດຕະຍາບັນສັນຍາ ລະຫວ່າງ ຫວຽດນາມ ແລະ ອີຢູ ກ່ຽວກັບການສ້າງຂອບເຂດການເຂົ້າຮ່ວມຂອງ ຫວຽດນາມ ໃນບັນດາການເຄື່ອນໄຫວຄຸ້ມຄອງວິກິດການຂອງ ອີຢູ (FPA). ນອກຈາກນັ້ນ, ອີຢູ ໄດ້ແຕ່ງຕັ້ງບັນດານັກຊ່ຽວຊານ ກ່ຽວກັບການຮັກສາສັນຕິພາບ ສປຊ ມາເຮັດວຽກຢູ່ກົມຮັກສາສັນຕິພາບ ຫວຽດນາມ ເພື່ອໜູນຊ່ວຍບັນດາໂຄງການຮ່ວມມືລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ.

        ທ່ານພົນໂທ ຫງວຽນຈີ໊ວິ້ງ ສະແດງຄວາມຂອບອົກຂອບໃຈຕໍ່ການໜູນຊ່ວຍຢ່າງມີປະສິດທິຜົນຂອງ ອີຢູ ໃນໄລຍະຜ່ານມາ, ພ້ອມກັນນັ້ນ ກໍໃຫ້ຮູ້ວ່າ ຫວຽດນາມຈະໃຫ້ສັດຕະຍາບັນ ສັນຍາ FPA ໃນໄລຍະຈະມາເຖິງ. ດັ່ງນັ້ນ, ສອງຝ່າຍຄວນປະຕິບັດສໍາເລັດວຽກງານກະກຽມ ເພື່ອປຶກສາຫາລືກ່ຽວກັບບັນດາແຜນການລະອຽດ ແນໃສ່ຜັນຂະຫຍາຍການຮ່ວມມືໃນເນື້ອໃນຕ່າງໆ ເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະພາບກັນ. ທ່ານຮອງລັດຖະມົນຕີ ຫວຽວນຈີີ໊ວິ້ງ ກໍສະເໜີໃຫ້ ອີຢູ ສືບຕໍ່ພິຈາລະນາໜູນຊ່ວຍການບໍາລຸງສ້າງໃຫ້ແກ່ນາຍທະຫານ ຫວຽດນາມ ທີ່ຈະເຂົ້າຮ່ວມການຮັກສາສັນຕິພາບ ສປຊ, ໃນນັ້ນ ລວມມີຊຸດບໍາລຸງພາສາຝລັ່ງ ອີກດ້ວຍ. 

(ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top