• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ໃນພາກພື້ນ ອາຊຽນ ພັດທະນາ ແລະ ວັດທະນາຖາວອນ

      ບັນດາທິມເຂົ້າຮ່ວມການແຂ່ງຂັນໄດ້ຕອບຫຼາຍຄຳຖາມເຊິ່ງແມ່ນຄວາມຮູ້ດ້ານການທູດ, ກ່ຽວກັບສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ - ອາຊຽນ

ບັນດາຜູ້ເຂົ້າຮ່ວມການແຂ່ງຂັນ
      ນີ້ແມ່ນຫົວຂໍ້ຂອງການແຂ່ງຂັນຄວາມຮູ້ດ້ານການທູດໂດຍພະແນກພົວພັນຕ່າງປະເທດນະຄອນໂຮ່ຈີມິນ ຈັດຕັ້ງໃນຕອນເຊົ້າວັນທີ 24 ສິງຫາ. ເຂົ້າຮ່ວມການເສັງມີ 12 ທິມເຊິ່ງເປັນພະນັກງານ, ພາລະກອນ, ລັດຖະກອນຂອງພະແນກພົວພັນຕ່າງປະເທດຂອງບັນດາແຂວງ, ນະຄອນທາງພາກໃຕ້. ນີ້ແມ່ນການເຄື່ອນໄຫວສະເຫຼີມສະຫຼອງ 63 ປີແຫ່ງວັນສ້າງຕັ້ງຂະແໜງການທູດ ຫວຽດນາມ (28/8/1945 – 28/8/2018).
        ບັນດາທິມເຂົ້າຮ່ວມການແຂ່ງຂັນໄດ້ຕອບຫຼາຍຄຳຖາມເຊິ່ງແມ່ນຄວາມຮູ້ດ້ານການທູດ, ກ່ຽວກັບສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ - ອາຊຽນ, ກໍ່ຄືກ່ຽວກັບການພົວພັນລະຫວ່າງ ຫວຽດນາມ ກັບ ບັນດາປະເທດ ອາຊຽນ. ກ່າວຄຳເຫັນທີ່ການແຂ່ງຂັນ, ທ່ານ ບຸ່ຍແທງເຊີນ, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຢັ້ງຢືນວ່າ:
        ໃນຊຸມປີຜ່ານມາ ນັບແຕ່ເມື່ອພວກເຮົາເຂົ້າຮ່ວມ ອາຊຽນ, ມາຮອດປະຈຸບັນ, ຫວຽດນາມ ຍາມໃດກໍ່ແມ່ນສະມາຊິກຕັ້ງໜ້າມີຄວາມຮັບຜິດຊອບ, ປະກອບສ່ວນຕັ້ງໜ້າໃນການຮັກສາຄວາມສາມັກຄີ, ເປັນເອກະພາບ, ຍົກສູງທີ່ຕັ້ງບົດບາດຂອງ ອາຊຽນ, ບໍ່ພຽງແຕ່ຢູ່ພາກພື້ນເທົ່ານັ້ນ ຫາກຍັງຢູ່ໃນການຮ່ວມມືກັບບັນດາຄູ່ຮ່ວມມືຕ່າງປະເທດອີກດ້ວຍ. ໄລຍະຈະມາເຖິງ, ພວກເຮົາຕ້ອງຍົກລະດັບການເຄື່ອນໄຫວໃນທຸກໆເວທີປາໄສຫຼາຍຝ່າຍ, ແຕ່ໃນນັ້ນ, ພວກເຮົາກຳນົດວ່າ ອາຊຽນ ແມ່ນພາກພື້ນໄດ້ຮັບຄວາມເອົາໃຈໃສ່ທີ່ສຸດ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top