• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ມາເລເຊຍ ຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງເພື່ອສືບຕໍ່ເປີດກ້ວາງການພົວພັນຮ່ວມມື

ຫວຽດນາມ ແລະ ມາເລເຊຍ ຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງ ເພື່ອສືບຕໍ່ເຮັດໃຫ້ການພົວພັນຮ່ວມມືເລິກເຊິ່ງ ແລະ ເປີດກ້ວາງກ່ວາອີກ. 
ນັ້ນແມ່ນຄຳຢືນຢັນຂອງທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ເລກູ໋ຍກວີ່ນ ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ກ່ຽວກັບການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad ໃນລະຫວ່າງວັນທີ 27 – 28 ສິງຫາ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ.

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ເລກູ໋ຍກວີ່ນ (ພາບ: TTXVN) 

ທ່ານເອກອັກຄະລັດຖະທູດ ເລກູ໋ຍກວີ່ນ ເຊື່ອໝັ້ນວ່າ: ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ ຄັ້ງນີ້ ຈະດຳເນີນໄປຢ່າງດີງາມ, ບັນລຸໄດ້ໝາກຜົນອັນແທດຈິງຫລາຍຢ່າງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງການນຳຂັ້ນສູງ, ຮັດແໜ້ນນ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດ.ທ່ານເອກອັກຄະລັດຖະທູດ ເລກູ໋ຍກວີ່ນ ຫວັງວ່າ ໝາກຜົນຕັ້ງໜ້າຂອງການຢ້ຽມຢາມຄັ້ງນີ້ ຈະແມ່ນກຳລັງໜູນໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ - ມາເລເຊຍ ສືບຕໍ່ພັດທະນາຢ່າງແຮງກ່ວາອີກໃນໄລຍະຈະມາເຖິງ.
(ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຕອນບ່າຍວັນທີ 11 ຕຸລາ, ເທດສະການວັດທະນະທຳ ແລະ ອາຫານການກິນ ອາຊຽນ 2025 (ASEAN Bazaar 2025) ໄດ້ດຳເນີນຢູ່ນະຄອນຫຼວງ New Delhi ຂອງ ອິນເດຍ.

Top