• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ອິນເດຍ ມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງໃນຂົງເຂດຕ່ຳແຜ່ນຕັດຫຍິບ

ຂົງເຂດເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ແລະ ວິສາຫະກິດ ອິນເດຍ ໄດ້ນັບມື້ນັບມີຄວາມສົນໃຈຢາກມາລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ


ການເຮັດວຽກທີ່ກອງປະຊຸມ

(ພາບ: Thanh Vũ - TTXVN)

ສະຖານກົງສູນໃຫຍ່ ອິນເດຍ ປະຈຳນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງກອງປະຊຸມພົບປະແລກປ່ຽນ “ເຄື່ອງຕ່ຳແຜ່ນຕັດຫຍິບ: ການຮ່ວມມື ອິນເດຍ - ຫວຽດນາມ” ໃນຕອນຄ່ຳວັນທີ 11 ເມສາ. ກອງປະຊຸມເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືດ້ານການຄ້າໃນຂົງເຂດເຄື່ອງຕ່ຳແຜ່ນຕັດຫຍິບລະຫວ່າງ 2 ປະເທດ ພ້ອມກັນມຸ່ງໄປເຖິງຄາດໝາຍ ວົງເງິນການສົ່ງອອກ, ນຳເຂົ້າໃຫ້ບັນລຸໄດ້ 80 ຕື້ USD ໃນປີ 2020.

        ຕີລາຄາກ່ຽວກັບຄວາມສາມາດຮ່ວມມືລະຫວ່າງ 2 ປະເທດ, ທ່ານ K.Srikar Reddy, ຫົວໜ້າສະຖານກົງສູນໃຫຍ່ ອິນເດຍ ປະຈຳ ນະຄອນ ໂຮ່ຈີມິນ, ໃຫ້ຂໍ້ສັງເກດວ່າ: ຂົງເຂດເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ແລະ ວິສາຫະກິດ ອິນເດຍ ໄດ້ນັບມື້ນັບມີຄວາມສົນໃຈຢາກມາລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ. ອິນເດຍ ແມ່ນໜຶ່ງໃນບັນດານັກສະໜອງວັດຖຸດິບ, ແຜ່ນແພ ແລະ ເຄື່ອງຈັກທີ່ມີຄຸນນະພາບສູງດ້ວຍລາຄາແກ່ງແຍ້ງ.

        ປະຈຸບັນ, ອິນເດຍ ໄດ້ລົງທຶນເຂົ້າ ຫວຽດນາມ 176 ໂຄງການ, ດ້ວຍຍອດເງິນລົງທຶນປະມານ 814 ລ້ານ USD, ຢືນອັນດັບ 28/126 ປະເທດ ແລະ ເຂດແຄ້ວນລົງທຶນເຂົ້າ ຫວຽດນາມ. ສະເພາະໃນຂົງເຂດຕ່ຳແຜ່ນຕັດຫຍິບ, ອິນເດຍ ໄດ້ສົ່ງອອກມາຍັງ ຫວຽດນາມ ໃນປີ 2017 ບັນລຸເກືອບ 430 ລ້ານ USD; ອິນເດຍ ນຳເຂົ້າເຄື່ອງຕ່ຳແຜ່ນຕັດຫຍິບຈາກ ຫວຽດນາມ ບັນລຸ 178 ລ້ານ USD.

(ແຫຼ່ງຄັດຈາກ VOV)


ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top