• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ລາວແບ່ງປັນບົດຮຽນໃນການຄຸ້ມຄອງບໍລິຫານ


ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ຖ່າຍ​ຮູບ​ທີ່​ລະ​ນຶກ
      ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ຫວຽດ​ນາມ ຢ່າ​ງ​ເປັນ​ທາງ​ການ​ຂອງ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ສະ​ພາ​ແຫ່ງ​ຊາດ​ລາວ, ຕອນ​ເຊົ້າ​ວັນ​ທີ 7/3, ຢູ່​ຮ່າ​ໂນ້ຍ, ໄດ້​ດຳ​ເນີນກອງ​ປະ​ຊຸ​ມ​ສຳມະ​ນາ “ແບ່ງ​ຂັ້ນ​ຄຸ້ມ​ຄອງ​ຢູ່​ລາວ ແລະ ຫວຽດ​ນາມ, ບັນ​ດາ​ບົດ​ຮຽນ​ຂອງ​ສະ​ພາ​ແຫ່ງ​ຊາດ ໃນ​ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ຢູ່​ບັນ​ດາ​ແຂວງ, ນະ​ຄອນ ແລະ ຂອງ​ລັດ​ຖະ​ບານ​ຢູ່​ສູນ​ກາງ, ແຂວງ, ເມືອງ, ຕາ​ແສງ”. ກ່​າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ປາ​ນີ ຢ່າ​ທໍ່​ຕູ້ ຖື​ວ່າ ນີ້​ແມ່ນ​ຫົວ​ຂໍ້​ໂດຍ ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ ພ້ອມ​ກັນ​ເອົາ​ໃຈ​ໃສ່, ຕອບ​ສະ​ໜອງ​ຄວາມ​ຮ​ຽກ​ຮ້ອງ​ຕ້ອງ​ການ​ຕົວ​ຈິງ​ໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ລັດ ຂອງ​ແຕ່​ລ​ະ​ປະ​ເທດ​ໃນ​ໄລ​ຍະ​ໃໝ່. ພ້ອມ​​ກັນ​ນັ້ນກໍ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້ 2 ຝ່າຍ​​ໄດ້ແບ່ງ​ປັນ​ບົດ​ຮຽນ, ຂໍ​້​ມູນ​ຂ່າວ ແລະ ສິ່ງ​ທ້າ​ທາຍ​ຕໍ່​ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ບໍ​ລິ​ຫານ​ລັດ​ຢູ່​ແຕ່​ລະ​ປະ​ເທດ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດລາວ ປາ​ນີ ຢ່າ​ທໍ່​ຕູ້ ຫວັງ​ວ່າ, ຜ່ານກອງ​ປະ​ຊຸມ​ສ​ຳ​ມະ​ນາ​ຄັ້ງ​ນີ້, ສະ​ພາ​ແຫ່ງ​ຊາດ​ລາວ ພ້ອມ​ກັນ​ແລກ​ປ່ຽນ​ບົດ​ຮຽນ​ໃນ​ຂົງ​ເຂດນີ້​ກັບ​ບັນ​ດາ​​ເພື່ອນຮ່ວມ​ງານ ຫວຽດ​ນາມ ເພື່​ອ​ເປັນ​ບ່ອນອ​ີງ​ໃນກ​ການ​ຄົ້ນ​ຄ້​ວາ, ປັບ​ປຸງ ຫຼື ສ້າງ​ສຳ​ເລັດ ເອ​ກະ​ສານ, ນະ​ໂຍ​ບາຍ​ໃຫ້​ສົມ​ບູນ​ແບບ. ກ່າວ​ຄຳ​ເຫັນ​ສະ​ຫລຸບກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ຖື​ວ່າ:
       “ເລື່ອງ ຫວຽດ​ນາມ ແລະ ລາວ ສົມ​ທົບ​ກັນ​ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ​ສຳ​ມະ​ນາຫົວ​ເລື່ອງ​ສະ​ເພາະ​ໄດ້ ແລະ ພວມ​ມຸ່ງ​ໄປ​ເຖິງ​ການ​ສ້າງ​​ກົນ​ໄກ​ປະ​ຈຳ, ເໝາະ​ສົມ​ກັບ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ກົມ​ການ​ເມືອງ 2 ປະ​ເທດ, ກໍ່​ຄື​ຕາມ​ການກຳ​ນົດ​ທິດ​ຮ່ວມ​ມື​ລະ​ຫວ່າງ 2 ສະ​ພາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ຍົກ​ສູງ​ປະ​ສິດ​ທິ​ຜົນ ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ໃນ​ວຽກ​ງານສ້າງ​ກົດ​ໝາຍ. ບົນ​ຈິດ​ໃຈ​ນັ້ນ, ຂ້າ​ພະ​ເຈົ້າ​ຊົມ​ເຊີຍ, ສະ​ໜັບ​ສະ​ໜູນ ແລະ ສະ​ເໜີ​ໃຫ້​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ ກໍ່​ຄື​ບັນ​ດາ​ອົງ​ການ​ຂອງ ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ​ສ​ືບ​ຕໍ່​ສົມ​ທົບ​ນຳ​ກັນ​ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ, ກອງ​ປະ​ຊຸມ​ສຳ​ມະ​ນາ​ຫົວ​ເລື່ອງ​ສະ​ເພາະ​ອື່ນໆ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.”
 (ແຫຼ່ງຄັດຈາກ VOV)
                                                                                            

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top