• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ອິນໂດເນເຊຍ ຢັ້ງຢືນຄວາມສຳຄັນຂອງການຮັບປະກັນສັນຕິພາບ ຢູ່ທະເລຕາເວັນອອກ

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ແລະ
 ທ່ານ​ປະທານາທິບໍດີ Joko Widodo
(ພາບ: VGP/NhatBac)
​​      ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ພິ​ເສດ ອາ​ຊຽນ - ອາ​ເມ​ລິ​ກາ ຢູ່ Sunnylands ລັດ​ California, ອາ​ເມລິ​ກາ ​ໃນ​ລະຫວ່າງ​ວັນ​ທີ 15 – 16/02, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ ມີ​ການ​ພົບ​ປະ 2 ຝ່າຍ​ກັບ​ທ່ານ​ປະທານາທິບໍດີ ສ.ອິນ​ໂດ​ເນ​ເຊຍ Joko Widodo. ທີ່​ການ​ພົບ​ປະ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ແລະ ທ່ານ​ປະທານາທິບໍດີ Joko Widodo ​ເຫັນ​ດີ​ເປັນ​ເອກ​ະພາບ​ສືບ​ຕໍ່​ຮັກສາ​ບັນດາ​ການ​ຢ້ຽມຢາມ ​ແລະ ການ​ພົບ​ປະ​ຂັ້ນສູງ​ເປັນ​ປະຈຳ. ທ່ານ​ປະທານາທິບໍດີ Joko Widodo ​ໄດ້​ແຈ້ງ​ແຜນການມາ​ຢ້ຽມຢາມ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ. ການ​ນຳ 2 ທ່ານ​ກໍ່​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ດ້ານ​ເສດຖະກິດ​ການ​ລົງທຶນ, ຫັນ​ບັນດາ​ຜະລິດ​ຕະພັນເປັນ​ຫລາຍ​ຮູບ​ຫລາຍ​ແບບ​ໃນ​ການ​ແລກປ່ຽນ​ການ​ຄ້າ; ສົ​ມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ຊາວ​ປະມົງ ​ແລະ ກ່ຳ​ປ່ັນ​ຫາ​ປາ ຫວຽດນາມ.
        ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ, 2 ຝ່າຍ​ກໍ່​ໄດ້​ເຫັນ​ດີ​ຊຸກຍູ້​ລົງ​ນາມ​ໃນຂໍ້​ຕົກລົງລາດຕະ​ເວນ 2 ຝ່າຍ​ໂດຍ​ໄວ, ສົມທົບ​ກັນ​ຕ້ານກໍ່​ການ​ຮ້າຍ​ໃນ​ພາກ​ພື້ນ, ສ້າງໂທລະສັບ​ສາຍດ່ວນ​ລະຫວ່າງກອງທັບ​ເຮືອ 2 ປະ​ເທດ ​ແລະ ກົນ​ໄກ​ເຈລະຈາ​ນະ​ໂຍບາຍ ​​ແນ​ໃສ່​ປະກອບສ່ວນ​ເຂົ້າ​​ໃນການ​ປົກ​ປັກ​ຮັກສາ​ສັນ​ຕີ​ພາບ, ຄວາມ​ສະຫງົບປອດ​ໄພ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ຄຽງ​ຂ້າງ​ກັບ​ການ​ຮ່ວມ​ມື 2 ຝ່າຍ, ກາ​ນນຳ 2 ທ່ານ​ກໍ່​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນ​ຫາ​ສາກົນ ​ແລະ ພາກ​ພື້ນ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.
        2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ຊຸກຍູ້ການ​ເພີ່ມ​ທະວີ​ຄວາມ​ສາມັກຄີ ​ແລະ ຮັກສາ​ບົດ​ບາດ​ເປັນ​ໃຈກາງ​ຂອງ ອາ​ຊຽນ ​ໃນ​ບັນດາ​ບັນຫາ​ໃຫຍ່​ທີ່​ກ່ຽວຂ້ອງ​ເຖິງ​ຄວາມ​ສະຫງົບປອດ​ໄພ, ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ປະ​ເທດ ​ແລະ ຂອງ​ພາກ​ພື້ນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ແລະ ທ່ານ​ປະທານາທິບໍດີ Joko Widodo ກໍ່​ຢືນຢັນຄືນ​ໃໝ່​ຄວາມ​ສຳຄັນ​ຂອງ​​ເລື່ອງ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ, ທາງ​ອາກາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ແລະ ​ເຊັນປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ (COC) ​ໂດຍ​ໄວ​ ກໍ່​ຄື​ແກ້​ໄຂ​ບັນດາການ​ຂັດ​ແຍ້​ງກັນ​ບົນ​ທະ​ເລ ​ໂດຍ​ອີງ​ຕາມ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982.
        ​ໃນ​ຂອບ​ເຂກ​ລາຍການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ພິ​ເສດ ອາ​ຊຽນ - ອາ​ເມ​ລິ​ກາ, ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ​​ໃນບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ລົງ​ທຶນ​ດຳ​ເນີນ​ທຸລະ​ກິດ​ລະຫວ່າງ​ທະນາຄານ​ການ​ຄ້າ​ຫຸ້ນ​ສ່ວນ​ການ​ລົງທຶນ ​ແລະ ພັດທະນາ ຫວຽດນາມ (BIDV) ​ແລະ ວິ​ສາ​ຫະກິດ ຫວຽດນາມ ບາງ​ແຫ່ງ ລົງ​ນາມ​ກັບ​ບັນດາ​ວິ​ສາ​ຫະກິດ​ຂອງ ອາ​ເມ​ລິ​ກາ.
(​ແຫຼ່ງຄັດ​ຈາກ VOV)
 

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top