• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແມ່ນໜຶ່ງໃນບັນດາການເລືອກເຟັ້ນທີ່ດີທີ່ສຸດ ສຳລັບນັກລົງທຶນ ໄຕ້ຫວັນ (ຈີນ)

      ລະບົບສະໜອງ ຢູ່ ຫວຽດນາມ ແລະ ໄທ ກໍ່ໃກ້ຈະປະຕິບັດໃຫ້ສຳເລັດສົມບູນ ພາຍຫຼັງຄວາມມານະພະຍາຍາມມາເປັນເວລາຫຼາຍປີ. ດັ່ງນັ້ນ, ຫວຽດນາມ ແລະ ໄທ ແມ່ນບັນດາການເລືອກເຟັ້ນທີ່ດີທີ່ສຸດ ໃຫ້ແກ່ບັນດານັກສະໜອງ ໄຕ້ຫວັນ ຊຶ່ງພວມແຊກຊືມເຂົ້າຕະຫຼາດ ອາຊີຕາເວັນອອກສ່ຽງໃຕ້.
ຜະລິດເຄື່ອງນຸ່ງ ຢູ່ ຮຶງອຽນ (ພາບ: TTXVN)
      ຕາມບົດຂຽນທີ່ໄດ້ລົງ ເມື່ອວັນທີ 26 ພຶດສະພາ ໃນເວັບໄຊ Digitimes Asia ແລ້ວ, ຕໍ່ໜ້າຄວາມຮຽກຮ້ອງຕ້ອງການເພີ່ມທະວີສະມັດຕະພາບ,  ມີນັກສະໜອງ ຢູ່ໄຕ້ຫວັນຫຼາຍຄົນ ມີແນວຄິດຈະຍ້າຍສະຖານທີ່ຜະລິດໄປຍັງ ອາຊີຕາເວັນອອກສ່ຽງໃຕ້, ສ້າງບັນດາເຂດອຸດສາຫະກຳໃໝ່ ເພື່ອສວຍໃຊ້ທ່າໄດ້ປຽບກ່ຽວກັບແຮງງານ ແລະ ພູມີປະເທດ ກໍ່ຄືຄວາມຕ້ອງການຕະຫຼາດທີ່ເພີ່ມຂຶ້ນໂດຍໄວໃນພາກພື້ນ. ໃນຍຸດທະສາດນີ້, ຫວຽດນາມ ແລະ ໄທໄດ້ຮັບການຕີລາຄາວ່າ ແມ່ນການເລືອກເຟັ້ນທີ່ດີທີ່ສຸດ.
            ຕາມບົດຂຽນແລ້ວ, ບັນດານັກຜະລິດໄດ້ເລືອກເຟັ້ນສ້າງຮາກຖານຜະລິດໃໝ່ຢູ່ ຫວຽດນາມ ແລະ ໄທ ສ່ວນໜຶ່ງແມ່ນຍ້ອນພື້ນຖານໂຄງລ່າງຄົມມະນາຄົມ. ເລື່ອງອາດສາມາດ ຂົນສົ່ງສິນຄ້າຜ່ານເຄືອຂ່າຍທາງບົກ ຈະທົດແທນໃຫ້ແກ່ສະພາບແວດລ້ອມລະບົບສະໜອງທີ່ຍັງບໍ່ທັນໄດ້ຮັບການບຸລະນະຢ່າງສຳເລັດຜົນຢູ່ ຫວຽດນາມ ຫຼື ໄທ. ຍິ່ງໄປກ່ວານັ້ນ, ລະບົບສະໜອງ ຢູ່ ຫວຽດນາມ ແລະ ໄທ ກໍ່ໃກ້ຈະປະຕິບັດໃຫ້ສຳເລັດສົມບູນ ພາຍຫຼັງຄວາມມານະພະຍາຍາມມາເປັນເວລາຫຼາຍປີ. ດັ່ງນັ້ນ, ຫວຽດນາມ ແລະ ໄທ ແມ່ນບັນດາການເລືອກເຟັ້ນທີ່ດີທີ່ສຸດ ໃຫ້ແກ່ບັນດານັກສະໜອງ ໄຕ້ຫວັນ ຊຶ່ງພວມແຊກຊືມເຂົ້າຕະຫຼາດ ອາຊີຕາເວັນອອກສ່ຽງໃຕ້.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ຍົກອອກ 3 ຂໍ້ສະເໜີແນະນະໂຍບາຍທີ່ກອງປະຊຸມລັດຖະມົນຕີ UNCTAD

ຫວຽດນາມ ຍົກອອກ 3 ຂໍ້ສະເໜີແນະນະໂຍບາຍທີ່ກອງປະຊຸມລັດຖະມົນຕີ UNCTAD

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຮັ່ງ ຕີລາຄາວ່າ ໂລກພວມຢືນຢູ່ຕໍ່ໜ້າບັນດາການຫັນປ່ຽນມີລັກສະນະບາດລ້ຽວດ້ານເສດຖະກິດ, ເຕັກໂນໂລຊີ ແລະ ພູມສາດການເມືອງ…

Top