• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແມ່ນແບບຢ່າງທີ່ໜ້າຮໍ່າຮຽນຕາມກ່ຽວກັບການຕ້ານໂລກລະບາດໂຄວິດ - 19

      ອາດຈະຖືຫວຽດນາມແມ່ນແບບຢ່າງທີ່ໜ້າຮໍ່າຮຽນຕາມ ສໍາລັບບັນດາປະເທດອື່ນໆທີ່ມີລາຍຮັບຕໍ່າ ໃນການປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ - 19. 

ພະລາກອນການແພດ ສູນຄວບຄຸມພະຍາດຕິດແປດນະຄອນຮ່າໂນ້ຍ ເອົາຕົວຢ່າງວິໄຈຫາເຊື້ອໄວຣັດ SARS - CoV - 2 (ພາບ:  TTXVN)
              ໃນເວັບໄຊ gavi.org ຂອງ ສະຫະພັນທົ່ວໂລກກ່ຽວກັບວັກຊີນ ແລະ ການສັກຢາ (GAVI) ຫາກໍມີບົດວິໄຈກ່ຽວກັບບັນດາເຫດຜົນທີ່ຊ່ວຍໃຫ້ຫວຽດນາມຄວບຄຸມໂລກລະບາດໂຄວິດ - 19  ໄດ້ສໍາເລັດ. ຕາມ GAVI ແລ້ວ, ອາດຈະຖືຫວຽດນາມແມ່ນແບບຢ່າງທີ່ໜ້າຮໍ່າຮຽນຕາມ ສໍາລັບບັນດາປະເທດອື່ນໆທີ່ມີລາຍຮັບຕໍ່າ ໃນການປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ - 19.  ບົດວິໄຈດັ່ງກ່າວໄດ້ຕີລາຄາສູງບົດບາດຂອງການປຸກລະດົມແຫຼ່ງກໍາລັງຢ່າງໄວວາຂອງຫວຽດນາມ ເຊັ່ນບັນດານັກຊ່ຽວຊານດ້ານສາທາລະນະສຸກ, ຕໍາຫຼວດ, ກອງທັບ ແລະ ບັນດາພາລະກອນ ທີ່ໄດ້ມານະພະຍາຍາມສືບຫາເຊື້ອໄວຣັດ.
        ສ່ວນໜັງສືພິມລາຍວັນທີ່ມີຊື່ສຽງຂອງ ການາດາ - The Glode and Mail, ໃນວັນທີ 27 ພຶດສະພາ, ກໍ່ໄດ້ມີບົດຂຽນ ຖືວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ຂອງຫວຽດນາມເປັນສໍາຄັນ. ບົດຂຽນດັ່ງກ່າວ ໄດ້ຖືວ່າ ຫວຽດນາມ ໄດ້ວາງມາດຕະຖານໃຫ້ແກ່ການຕ້ານໂລກລະບາດໂຄວິດ - 19  ໂດຍບໍ່ມີກໍລະນີເສຍຊີວິດຢູ່ປະເທດນີ້. ບົດຂຽນກໍໄດ້ເຕື້ອງເຖິງກໍລະນີຄົນເຈັບຜູ້ທີີ 91 ເຊິ່ງປັດຈຸບັນພວມປ່ິນປົ່ວຢູ່ນະຄອນໂຮ່ຈີມິນ ແລະ ໃຫ້ຮູ້ວ່າ ການກອບກູ້ເອົາຊີວິດຂອງຄົນເຈັບຜູ້ນີ້ ໄດ້ກາຍເປັນບຸລິມະສິດແຫ່ງຊາດຂອງຫວຽດນາມ./.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top