• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແມ່ນປະຕູເຂົ້າຕະຫລາດ ອາຊີ

      ສະຖານທູດ ໂປໂລຍ ປະຈຳ ຫວຽດນາມ ໄດ້ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ສາຂານະຄອນ ໂຮ່ຈີມິນ ຈັດຕັ້ງເວທີປາໄສເສດຖະກິດ ຫວຽດນາມ - ໂປໂລຍ ໃນວັນທີ 30 ພະຈິກ.
ທ່ານ Andrzej Duda ປະທານາທິບໍດີ ສາທາລະນະລັດ ໂປໂລຍ (ພາບ: TTXVN)
      ທີ່ເວທີປາໄສ, ມີວິສາຫະກິດ ຫວຽດນາມ ກ່ວາ 100 ແຫ່ງ ພ້ອມກັບບໍລິສັດ 30 ແຫ່ງທີ່ຂຶ້ນກັບບັນດາຂົງເຂດຄື: ການບິນ, ການຢາ, ສະບຽງອາຫານ, ຂຸດຄົ້ນແຮ່ທາດຂອງ ໂປໂລຍ ພ້ອມກັນແລກປ່ຽນຂໍ້ມູນຂ່າວສານ, ຊອກຮູ້ບັນດາໂອກາດຮ່ວມມື.
        ກ່າວຄຳເຫັນທີ່ເວທີປາໄສ, ທ່ານ Andrzej Duda ປະທານາທິບໍດີ ສາທາລະນະລັດ ໂປໂລຍ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນໜຶ່ງໃນ 5 ຕະຫລາດທີ່ມີແງ່ຫວັງ ຊຶ່ງ ໂປໂລຍ ປາດຖະໜາຢາກລົງທຶນຮ່ວມມືເສດຖະກິດ, ພ້ອມທັງ ຊົມເຊີຍ ແລະ ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ສົ່ງອອກສິນຄ້າ, ລົງທຶນເຂົ້າ ໂປໂລຍ. ທ່ານກໍ່ປາດຖະໜາວ່າ ໃນໄລຍະຈະມາເຖິງ, ຫວຽດນາມ ຈະແມ່ນປະຕູເຂົ້າສູ່ ອາຊີ ຂອງ ໂປໂລຍ ແລະ ກົງກັນຂ້າມ, ໂປໂລຍ ແມ່ນປະຕູຂອງ ຫວຽດນາມ ເຂົ້າສູ່ ເອີຣົບ.
        ເນື່ອງໃນໂອກາດນີ້, ໂປໂລຍ ໄດ້ເປີດຫ້ອງການຕາງໜ້າການລົງທຶນ ແລະ ການຄ້າປະຈຳນະຄອນ ໂຮ່ຈີມິນ ຢ່າງເປັນທາງການ.
 (ແຫຼ່ງຄັດຈາກ VOV)

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

Festival ແຄນມົ້ງ - ງານບຸນ ດອກຄາຍປ່າ ປີ 2026 ໄຂຂຶ້ນໃນຕອນຄ່ຳວັນທີ 3 ມັງກອນ, ຢູ່ຕາແສງ ໝູ່ກາງຈາຍ, ແຂວງ ລາວກາຍ ດ້ວຍຫຼາຍກິດຈະກຳທີ່ດູດດື່ມ, ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼາຍ.

Top