• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເນັ້ນໜັກເຖິງຄວາມສຳຄັນຂອງ ອາຊຽນ ໃນການຮັບປະກັນຄວາມໝັ້ນຄົງຢູ່ພາກພື້ນ

ວັນທີ 24 ກຸມພາ, ສະຖາບັນຄົ້ນຄວ້າການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ມາເລເຊຍ (MiDAS) ໄດ້ຈັດຕັ້ງກອງປະຊຸມເຈລະຈາ Perwira 2020 ດ້ວຍຫົວຂໍ້ວ່າ “ປຶ້ມປົກຂາວປ້ອງກັນຊາດ (DWP) ຫົວທຳອິດຂອງ ມາເລເຊຍ: ແນວຄວາມຄິດ ແລະ ການໝູນໃຊ້”. 
ທ່ານນາຍພົນ Haji Affendi Buang, ຜູ້ບັນຊາການສູງສຸດກອງທັບ ມາເລເຊຍ ເນັ້ນໜັກວ່າ: ນີ້ເປັນຄັ້ງທຳອິດ ມາເລເຊຍ ປະກາດປຶ້ມປົກຂາວປ້ອງກັນຊາດ, ສ້າງການກຳນົດທິດຍຸດທະສາດໃຫ້ການປ້ອງກັນຊາດໃນໄລຍະ 10 ປີຕໍ່ໄປ.

ທ່ານປະລິນຍາເອກ ເຈິ່ນຫວຽດທ໊າຍ, ຮອງຫົວໜ້າສະຖາບັນຄົ້ນຄວ້າຍຸດທະສາດ, ກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມເຈລະຈາ, ທ່ານປະລິນຍາເອກ ເຈິ່ນຫວຽດທ໊າຍ, ຮອງຫົວໜ້າສະຖາບັນຄົ້ນຄວ້າຍຸດທະສາດ, ກະຊວງການຕ່າງປະເທດ ຫວຽດນາມ ຖືວ່າ: ຫວຽດນາມ ແລະ ມາເລເຊຍ ຄວນເພີ່ມທະວີບັນດາການເຄື່ອນໄຫວແບ່ງປັນຂໍ້ມູນຂ່າວສານ, ຮ່ວມມືບຳລຸງສ້າງ, ລາດຕະເວນ, ຝຶກຊ້ອມ, ຮ່ວມມື 2 ຝ່າຍກໍ່ຄືຫລາຍຝ່າຍ. ທ່ານປະລິນຍາເອກ ເຈິ່ນຫວຽດທ໊າຍ ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງ ອາຊຽນ ໃນການຮັບປະກັນຄວາມໝັ້ນຄົງເວົ້າສະເພາະ ແລະ ຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຢູ່ ອາຊີຕາເວັນອອກສ່ຽງໃຕ້ ກໍ່ຄືຢູ່ພາກພື້ນ ອາຊີ - ປາຊີຟິກເວົ້າລວມ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top