• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດເພື່ອການກຸສົນ ສາກົນ ຢູ່ ອິນໂດເນເຊຍ

      ງານຕະຫຼາດນັດເພື່ອການກຸສົນປະຈໍາປີ 2019 ຄັ້ງທີ 52 ຂອງສະໂມສອນ ແມ່ຍິງສາກົນ ປະຈໍາ Jakarta (WIC) ຖືກໄຂຂຶ້ນໃນວັນທີ 11 ທັນວາ ດ້ວຍຫົວຂໍ້ ສັນຕິພາບ, ຄວາມເມດຕາ ແລະ ປອງດອງ”.

ຮ້ານວາງສະແດງຜະລິດຕະພັນຂອງຫວຽດນາມ ຢູຸ່ ງານຕະຫຼາດນັດ 
              ເຂົ້າຮ່ວມພິທີໄຂ ຍັງມີພັນລະຍາຂອງທ່ານປະທານາທິບໍດີ ອິນໂດເນເຊຍ Irina Joko Widodo ພ້ອມດ້ວຍພັນລະຍາຂອງເຈົ້າໜ້າທີ່ລັດຖະບານ ອິນໂດເນເຊຍ ແລະ ປະຊາຄົມນັກການທູດ ອີກດ້ວຍ.
        ງານຕະຫຼາດນັດປີນີ້ ຈະດໍາເນີນພາຍໃນ 2 ວັນ, ໂດຍມີຮ້ານວາງສະແດງສິນຄ້າຂອງສະຖານທູດບັນດາປະເທດປະຈໍາ ຈາກາຕາ ຫຼາຍກວ່າ 50 ຮ້ານ, ຮ້ານວາງຂາຍສິນຄ້າຂອງບັນດາວິສາຫະກິດອິນໂດເນເຊຍ 220 ຮ້ານ ແລະ ຮ້ານວາງສະແດງວາງຂາຍສິນຄ້າຂອງສະໂມສອນ ແມ່ຍິງສາກົນ ປະຈໍາ Jakarta  ແລະ ບັນດາອົງການຈັດຕັ້ງເຄື່ອນໄຫວເພື່ອການກຸສົນຂອງທ້ອງຖິ່ນ. ເຂົ້າຮ່ວມງານຕະຫຼາດນັດ, ສະຖານທູດຫວຽດນາມ ປະຈໍາ ອິນໂດເນເຊຍ ກໍໄດ້ມີຮ້ານວາງສະແດງ, ວາງຂາຍບັນດາຜະລິດຕະພັນທີ່ໄດ້ຮັບຄວາມນິຍົມຊົມຊອບຈາກເພື່ອນມິດສາກົນຄື ເຄື່ອງຫັດຖະກໍາ, ເຄື່ອງເປັນທີ່ລະນຶກ, ພາບຂັດມັນ, ເຄື່ອງເອ້ຢ້ອງ, ເຄື່ອງປັ້ນດິນເຜົາ, ກາເຟ...
        ຕາມຄະນະຈັດຕັ້ງແລ້ວ, ລາຍຮັບສ່ວນໜຶ່ງທີ່ເກັບມາໄດ້ຈາກການຂາຍປີ້ເຂົ້າຢ້ຽມຊົມງານຕະຫຼາດນັດປີນີ້ ຈະມອບໃຫ້ແກ່ບາງໂຄງການຊຸກຍູ້ພາລະກິດການສຶກສາ ແລະ ປະກອບສ່ວນປົວແປງສັງຄົມຢູ່ ຈາກາຕາ.
 (ແຫຼ່ງຄັດຈາກ VOV)

ສື່ມວນ​ຊົນ​ ລາວ: ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສອງ​ຝ່າຍ

ສື່ມວນ​ຊົນ​ ລາວ: ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສອງ​ຝ່າຍ

ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຄັ້ງນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດພາຍຫຼັງໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XII ເມື່ອຕົ້ນເດືອນ ມັງກອນ ຜ່ານມາ, ໄດ້ສະແດງໃຫ້ເຫັນລັກສະນະທີ່ມີຊີວິດຊີວາຂອງສາຍພົວພັນແບບພິເສດ ລາວ - ຫວຽດນາມ.

Top