ງານຕະຫຼາດນັດເພື່ອການກຸສົນປະຈໍາປີ 2019 ຄັ້ງທີ 52 ຂອງສະໂມສອນ ແມ່ຍິງສາກົນ ປະຈໍາ Jakarta (WIC) ຖືກໄຂຂຶ້ນໃນວັນທີ 11 ທັນວາ ດ້ວຍຫົວຂໍ້ “ສັນຕິພາບ, ຄວາມເມດຕາ ແລະ ປອງດອງ”.
ຮ້ານວາງສະແດງຜະລິດຕະພັນຂອງຫວຽດນາມ ຢູຸ່ ງານຕະຫຼາດນັດ
ເຂົ້າຮ່ວມພິທີໄຂ ຍັງມີພັນລະຍາຂອງທ່ານປະທານາທິບໍດີ ອິນໂດເນເຊຍ Irina Joko Widodo ພ້ອມດ້ວຍພັນລະຍາຂອງເຈົ້າໜ້າທີ່ລັດຖະບານ ອິນໂດເນເຊຍ ແລະ ປະຊາຄົມນັກການທູດ ອີກດ້ວຍ.
ງານຕະຫຼາດນັດປີນີ້ ຈະດໍາເນີນພາຍໃນ 2 ວັນ, ໂດຍມີຮ້ານວາງສະແດງສິນຄ້າຂອງສະຖານທູດບັນດາປະເທດປະຈໍາ ຈາກາຕາ ຫຼາຍກວ່າ 50 ຮ້ານ, ຮ້ານວາງຂາຍສິນຄ້າຂອງບັນດາວິສາຫະກິດອິນໂດເນເຊຍ 220 ຮ້ານ ແລະ ຮ້ານວາງສະແດງວາງຂາຍສິນຄ້າຂອງສະໂມສອນ ແມ່ຍິງສາກົນ ປະຈໍາ Jakarta ແລະ ບັນດາອົງການຈັດຕັ້ງເຄື່ອນໄຫວເພື່ອການກຸສົນຂອງທ້ອງຖິ່ນ. ເຂົ້າຮ່ວມງານຕະຫຼາດນັດ, ສະຖານທູດຫວຽດນາມ ປະຈໍາ ອິນໂດເນເຊຍ ກໍໄດ້ມີຮ້ານວາງສະແດງ, ວາງຂາຍບັນດາຜະລິດຕະພັນທີ່ໄດ້ຮັບຄວາມນິຍົມຊົມຊອບຈາກເພື່ອນມິດສາກົນຄື ເຄື່ອງຫັດຖະກໍາ, ເຄື່ອງເປັນທີ່ລະນຶກ, ພາບຂັດມັນ, ເຄື່ອງເອ້ຢ້ອງ, ເຄື່ອງປັ້ນດິນເຜົາ, ກາເຟ...
ຕາມຄະນະຈັດຕັ້ງແລ້ວ, ລາຍຮັບສ່ວນໜຶ່ງທີ່ເກັບມາໄດ້ຈາກການຂາຍປີ້ເຂົ້າຢ້ຽມຊົມງານຕະຫຼາດນັດປີນີ້ ຈະມອບໃຫ້ແກ່ບາງໂຄງການຊຸກຍູ້ພາລະກິດການສຶກສາ ແລະ ປະກອບສ່ວນປົວແປງສັງຄົມຢູ່ ຈາກາຕາ.
(ແຫຼ່ງຄັດຈາກ VOV)