• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ WIPO 2019

      ກອງປະຊຸມຄັ້ງທີ 59 ຂອງກອງປະຊຸມສະມັດຊາໃຫຍ່ ບັນດາປະເທດສະມາຊິກຂອງ ອົງການຊັບສິນທາງປັນຍາໂລກ (WIPO) ຖືກໄຂຂຶ້ນໃນວັນທີ 30 ກັນຍາຢູ່ ເຊີແນວ ປະເທດ ສະວິດ. ກອງປະຊຸມໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນກວ່າ 1.000 ທ່ານ ທີ່ມາຈາກ 191 ປະເທດສະມາຊິກ. ຄະນະຫວຽດນາມ ໂດຍ ທ່ານລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ຈູງອກແອັງ ນໍາໜ້າ.

ກອງປະຊຸມໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນກວ່າ 1.000 ທ່ານ ທີ່ມາຈາກ 191 ປະເທດສະມາຊິກ (ພາບ: nhandan.com.vn)
      ກ່າວຄໍາເຫັນທີ່ພິທີໄຂກອງປະຊຸມ, ທ່ານລັດຖະມົນຕີ ຈູງອກແອັງ ເນັ້ນໜັກວ່າ: ອາຊຽນ ພວມຍູ້ແຮງການຜັນຂະຫຍາຍບັນດາຂໍ້ລິເລີ່ມກ່ຽວກັບການປ່ຽນແປງໃໝ່ຫົວຄິດປະດິດສ້າງ ເພື່ອໄປທັນກັບການປະຕິວັດອຸດສາຫະກໍາ 4.0. ທີ່ກອງປະຊຸມສະມັດຊາໃຫຍ່ຄັ້ງນີ້, ມາເລເຊຍ ຈະຍື່ນສະເໜີສໍາເນົາເອກະສານເຂົ້າຮ່ວມອະນຸສັນຍາ ມາດຣິດ ກ່ຽວກັບການລົງທະບຽນຍີ່ຫໍ່ລະດັບໂລກ, ຍົກຈໍານວນສະມາຊິກຂອງ ອາຊຽນ ທີ່ເຂົ້າຮ່ວມອະນຸສັນຍາດັ່ງກ່າວຂຶ້ນເປັນ 9 ປະເທດ. ກໍາປູເຈຍ ກໍຈະຍື່ນສະເໜີສໍາເນົາເອກະສານເຂົ້າຮ່ວມສົນທິສັນຍາ Bern ແລະ ຫວຽດນາມ ຈະຍື່ນສະເໜີສໍາເນົາເອກະສານເຂົ້າຮ່ວມ ສັນຍາ ລາໄຮ ກ່ຽວກັບການລົງທະບຽນຮູບແບບອຸດສາຫະກໍາລະດັບໂລກ. ສໍາລັບຝ່າຍຫວຽດນາມ, ທ່ານລັດຖະມົນຕີ ຈູງອກແອັງ ເນັ້ນໜັ້ກວ່າ: ລັດຖະບານ ຫວຽດນາມ ປະກາດໃຊ້ນະໂນບາຍ, ມາດຕະການເພື່ອແນໃສ່ຍົກສູງດັດຊະນີປ່ຽນແປງໃໝ່ຫົວຄິດປະດິດສ້າງ (GII) ຂອງຫວຽດນາມ. ປີ 2018, ດັດຊະນີ GII ຂອງຫວຽດນາມ ເລື່ອນ 3 ຂັ້ນ ຂຶ້ນຢູ່ອໍາດັບທີ 42, ເຊິ່ງເປັນປະເທດນໍາໜ້າໃນກຸ່ມບັນດາປະເທດທີ່ມີລາຍຮັບປານກາງລະດັບຕໍ່າ.
        ຢູ່ນອກກອງປະຊຸມ, ທ່ານລັດຖະມົນຕີ ຈູງອກແອັງ ໄດ້ມີການເຮັດວຽກ ແລະ ສົ່ງສໍາເນົາເອກະສານເຂົ້າຮ່ວມສັນຍາ ລາໄຮ ໃຫ້ແກ່ ທ່ານຜູ້ອໍານວຍການໃຫຍ່ WIPO Francis Gurry. ດ້ວຍການເຂົ້າຮ່ວມສັນຍາສະບັບດັ່ງກ່າວ, ປັດຈຸບັນ ຫວຽດນາມ ແມ່ນປະເທດສະມາຊິກຂອງສົນທິສັນຍາທັງ 3 ສະບັບ ກ່ຽວກັບການລົງທະບຽນສໍາລັບການປະດິດແຕ່ງ, ຍີ່ຫໍ້ ແລະ ຮູບແບບອຸດສາຫະກໍາລະດັບໂລກ ໂດຍ ອົງການ WIPO ຄຸ້ມຄອງ.
        ຕອນຄໍ່າຂອງວັນດຽວກັນ ໄດ້ດໍາເນີນພິທີລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືກ່ຽວກັບ GII ແລະ ຂໍ້ຕົກລົງວ່າດ້ວຍການຮ່ວມມືກ່ຽວກັບສະພາບແວດລ້ອມກໍ່ສ້າງຊັບສິນທາງປັນຍາ ລະຫວ່າງ ສະຖາບັນວິທະຍາສາດ, ເຕັກໂນໂລຢີ ແລະ ປ່ຽນແປງໃໝ່ຫົວຄິດປະດິດສ້າງ ແລະ ກົມຊັບສິນທາງປັນຍາ ກັບ WIPO.
 (ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top