• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມ ເວທີປາໄສເສດຖະກິດສາກົນ Saint Petersburg ຄັ້ງທີ 23

ເວທີປາໄສເສດຖະກິດສາກົນ Saint Petersburg ປະຈໍາປີ ຄັ້ງທີ 23 (SPIEF – 2019) ໄດ້ໄຂຂຶ້ນຢູ່ສູນວາງສະແດງ “Expoforum” ຢູ່ກຸງເກົ່າ Saint Petersburg. 
ເວທີປາໄສເສດຖະກິດສາກົນ Saint Petersburg ປະຈໍາປີ ຄັ້ງທີ 23 (SPIEF – 2019) ໄດ້ໄຂຂຶ້ນຢູ່ສູນວາງສະແດງ “Expoforum” ຢູ່ກຸງເກົ່າ Saint Petersburg. ຄະນະຜູ້ແທນຫວຽດນາມ ໂດຍທ່ານ ຫງວຽນວັນບິ່ງ, ຫົວໜ້າຄະນະເສດຖະກິດສູນກາງພັກຄອມມູນິດຫວຽດນາມ ນໍາໜ້າເຂົ້າຮ່ວມ.

ເວທີປາໄສເສດຖະກິດສາກົນ Saint Petersburg ປະຈໍາປີ ຄັ້ງທີ 23 (ພາບ: TTXVN) 

ໃນໄລຍະຢູ່ Saint Petersburg, ທ່ານຫົວໜ້າຄະນະເສດຖະກິດສູນກາງ ຫງວຽນວັນບິ່ງ ຈະເຂົ້າຮ່ວມ ແລະ ກ່າວຄໍາເຫັນຢູ່ວາລະໄຂ SPIEF – 2019, ເຂົ້າຮ່ວມກອງປະຊຸມຄົບຄະນະ ດ້ວຍການເຂົ້າຮ່ວມຂອງທ່ານປະທານາທິບໍດີ ລັດເຊຍ Valadimir Putin; ຄາດວ່າ ທ່ານ ຫງວຽນວັນບິ່ງ ຈະມີການພົບປະກັບທີ່ປຶຶກສາຂອງປະທານາທິບໍດີ ສະຫະພັນລັດເຊຍ, ເລຂາຜູ້ຮັບຜິດຊອບ ເວທີປາໄສ SPIEF – 2019 ແລະ ການນໍາບາງກຸ່ມບໍລິສັດນໍ້າມັນອາຍແກັດໃຫຍ່ຂອງລັດເຊຍ. ໄປຄຽງຄູ່ກັນນັ້ນ, ຄະນະຜູ້ແທນ ຫວຽດນາມ ກໍຈະເຂົ້າຮ່ວມກອງປະຊຸມຈໍານວນໜຶ່ງໃນຂອບເຂດເວທີປາໄສ,ໃນນັ້ນມີກອງປະຊຸມສົນທະນາລະຫວ່າງສະຫະພັນເສດຖະກິດ ອາຊີ - ເອີຣົບ ແລະ ອາຊຽນ.

        ຕາມຄະນະຈັດຕັ້ງແລ້ວ, ມີຜູ້ແທນປະມານ 17.000 ທ່ານ ທີ່ມາຈາກ 140 ປະເທດ ໄດ້ລົງທະບຽນເຂົ້າຮ່ວມເວທີປາໄສ SPIEF – 2019. ດ້ວຍບັນດາຫົວຂໍ້ຕົ້ນຕໍຄື “ກໍານົດທິດໂຄງການດໍາເນີນງານໃຫ້ແກ່ການພັດທະນາແບບຍືນຍົງ”, ເວທີປາໄສປີນີ້ຈະສຸມໃສ່່ປຶກສາຫາລື 4 ຫົວຂໍ້ຄື “ຊອກຫາຄວາມດຸ່ນດ່ຽງໃນພື້ນຖານເສດຖະກິດໂລກ”, “ພື້ນຖານເສດຖະກິດ ລັດເຊຍ: ຫັນບັນດາເປົ້າໝາຍພັດທະນາປະເທດຊາດໃຫ້ປະກົດຜົນເປັນຈິງ”, “ເຕັກໂນໂລຢີໃນອະນາຄົດໃກ້ໆນີ້” ແລະ “ມະນຸດ ແມ່ນຢູ່ເໜືອກວ່າສິ່ງໃດໝົດ”./.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ໂຕ​ເລິມ ພົບ​ປະ​ກັບ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດເພດ​ຍິງ ​ຊຸດ​ທີ XVI

ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ໂຕ​ເລິມ ພົບ​ປະ​ກັບ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດເພດ​ຍິງ ​ຊຸດ​ທີ XVI

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ແບກ​ຫາບ​ບົດ​ບາດ​ໜ້າ​ທີ່ໃນ​ການ​ຫັນ​ມ​ະ​ຕິກອ​ງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ເປັນ​ລະ​ບອບ​ລະ​ບຽບ​ການ, ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ຈົນ​ຮອດ​ປີ 2030 ແລະ ສ້າງ​ພື້ນ​ຖານ​ໃຫ້​ວິ​ໄສ​ທັດ ປີ 2045.

Top