• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສືບຕໍ່ຖືເປັນສຳຄັນ ແລະ ຊຸກຍູ້ການພົວພັນກັບ ອາເມລິກາ

ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນ​ຟຸກ 
​ໃຫ້ການ​ຕ້ອນຮັບ​ທ່ານ James Webb
      ຕອນ​ບ່າຍ​ວັນ​ທີ 03/02 ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນ​ຟຸກ ​ໃຫ້ການ​ຕ້ອນຮັບ​ທ່ານ James Webb ອະດີດ​ສະມາຊິກ​ສະພາ​ສູງ ອາ​ເມ​ລິ​ກາ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ: ການ​ພົວພັນ​ຮ່ວມ​ມື ຫວຽດນາມ - ອາ​ເມ​ລິ​ກາ ​ໄດ​້ມີ​ບາດກ້າວ​ຕັ້ງໜ້າ, ​ແທດ​ຈິງ​ທັງ 2 ຝ່າຍ, ພາກ​ພື້ນ ​ແລະ ສາກົນ, ຕອບ​ສະໜອງ​ຜົນ​ປະ​ໂຫຍ​ດຂອງ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມມື ​ແລະ ການພັດທະນາ​ຂອງ​ພາກ​ພື້ນ. ຫວຽດນາມ ສືບ​ຕໍ່​ຖື​ເປັນ​ສຳຄັນ ​ແລະ ຊຸກຍູ້​ການ​ພົວພັນ​ກັບ ອາ​ເມ​ລິ​ກາ, ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ເລິກ​​ເຊິ່ງກ່ວາ​ອີກ.
        ສ່ວນ​ທ່ານ James Webb ​ໄດ້ອວຍພອນ​ບັນດາ​ຜົນງານ ​ເຊິ່ງລັດຖະບານ ຫວຽດນາມ ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ. ຊົ​ມ​ເຊີຍ​ການ​ໂອ້​ລົ​ມທາງ​ໂທລະສັບ​ລະຫວ່າງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ແລະ ທ່ານ​ປະທານາ​ທິບໍດີ ອາ​ເມ​ລະກາ Donald Trump, ​ທ່ານ James Webb ອະດີດ​ສະມາຊິກ​ສະພາ​ສູງ ອາ​ເມ​ລິ​ກາ ຕີ​ລາຄາ​ວ່າ ນີ້​ແມ່ນສັນຍານ​ທີ່ດີ​ໃຫ້ການ​ພົວພັນ 2 ປະ​ເທດ ຫວຽດນາມ - ອາ​ເມ​ລິ​ກາ. ທ່ານ​ James Webb ​ໃຫ້​ຮູ້​ວ່າ ​ເຖິງ​ວ່າ​ເຮັດ​ວຽກ​ໃນ​ຂົງ​ເຂດ​ໃດ​ກໍ່ຕາມ ທ່ານ​ກໍ່ມານະ​ພະຍາຍາມ​ປະກອບກຳລັງຄວາມ​ສາມາດ​ຂອງ​ຕົນ​ໃຫ້ການ​ພົວພັນ​ອັນ​ດີງາມ​ລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top