• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສະເໜີອາຊຽນຮ່ວມມື ໃນການປ້ອງກັນຕ້ານເຊື້ອພະຍາດ nCoV 2019

      ວັນທີ 4 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ ປະທານາທິບໍດີ ອິນໂດເນເຊຍ Joko Widodo ກ່ຽວກັບການຮ່ວມມືລະຫວ່າງບັນດາປະເທດອາຊຽນເພື່ອແນໃສ່ຮັບມືກັບພະຍາດອັກເສບປອດທີ່ເກີດຈາກເຊື້ອໄວຣັດ Corona ສາຍພັນໃໝ່ (2019 - nCoV).

ຫງວຽນຊວັນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ ປະທານາທິບໍດີ ອິນໂດເນເຊຍ Joko Widodo ກ່ຽວກັບການຮ່ວມມືລະຫວ່າງບັນດາປະເທດອາຊຽນເພື່ອແນໃສ່ຮັບມືກັບ nCoV (ພາບ: Chinhphu.vn)
      ທ່ານປະທານາທິບໍດີ Joko Widodo ໄດ້ຕີລາຄາສູງຕໍ່ເລື່ອງລັດຖະບານ ຫວຽດນາມ ໄດ້ມີບັນດາມາດຕະການຢ່າງວ່ອງໄວ, ຄົບຊຸດເພື່ອສະກັດກັ້ນຄວບຄຸມ ແລະ ປ້ອງກັນ, ຕ້ານການແຜ່ລະບາດຂອງເຊື້ອພະຍາດ; ພ້ອມທັງເຊື່ອໝັ້ນວ່າ ຫວຽດນາມ ມີຄວາມສາມາດສະກັດກັ້ນສຳເລັດເຊື້ອພະຍາດນີ້ໄດ້ສຳເລັດ. ສ່ວນທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງວ່າ ອິນໂດເນເຊຍ ເປັນໜຶ່ງໃນບັນດາປະເທດທີ່ໄດ້ຜັນຂະຫຍາຍບັນດາມາດຕະການສະກັດກັ້ນເຊື້ອພະຍາດຢ່າງວ່ອງໄວ, ມາຮອດປັດຈຸບັນຍັງບໍ່ທັນກວດພົບກໍລະນີໃດທີ່ຖືກຕິດເຊື້ອໄວຣັດ nCoV.
        ການນຳສອງທ່ານໄດ້ເຫັດດີເປັນເອກະພາບວ່າ ບັນດາປະເທດສະມາຊິກຂອງ ອາຊຽນຄວນເປັນເຈົ້າການໃນການສົມທົບກັນ, ປະສານງານ ຂອງແຕ່ລະປະເທດ ໃຫ້ຖືກຕ້ອງຕາມເນື້ອໃນຈິດໃຈ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ແມ່ນຫົວຂໍ້ຂອງ ອາຊຽນໃນປີນີ້, ເພື່ອແນໃສ່ຊອກຫາບັນດາວິທີການແກ້ໄຂລວມ, ແບ່ງປັນຄວາມຮັບຜິດຊອບໃນການຮັບມືກັບເຊື້ອພະຍາດທີ່ລະບາດໃນ ພາກພື້ນ. ບັນດາປະເທດອາຊຽນໄດ້ມີປະສົບການອັນລ້ຳຄ່າໃນການສົມທົບກັນຮັບມືກັບເຊື້ອພະຍາດ SARS ປີ 2003ມາ ແລ້ວ, ດັ່ງນັ້ນຄວນສືບຕໍ່ເສີມຂະຫຍາຍລັກສະນະເປັນເຈົ້າການ,ຕັ້ງໜ້າຮັບມືກັບເຊື້ອພະຍາດ nCoV ຄັ້ງນີ້.
 (ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top