• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສະເຫຼີມສະຫຼອງວັນຜູ້ມີອາຍຸສູງສາກົນ 01/10

      ວັນທີ 28 ກັນຍາ, ທີ່ຮ່າໂນ້ຍ, ໄດ້ດຳເນີນພິທີສະເຫຼີມສະຫຼອງວັນຜູ້ມີອາຍຸສູງສາກົນ 01/10, ຜັນຂະຫຍາຍເດືອນເຄື່ອນໄຫວເພື່ອຜູ້ມີອາຍຸສູງ ຫວຽດນາມ.
 
ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຜູ້ມີອາຍຸສູງສາກົນ
      ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ, ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມເຫດການດັ່ງກ່າວ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢືນຢັນວ່າ: ຈາກລັດຖະທຳມະນູນຕະຫລອດຮອດກົດໝາຍວ່າດ້ວຍຜູ້ມີອາຍຸສູງຂອງ ຫວຽດນາມ ນັບມື້ນັບໄດ້ຮັບການປັບປຸງໃຫ້ສົມບູນແບບ ເພື່ອຮັບໃຊ້ວຽກງານເບິ່ງແຍງດູແລ ແລະ ສົ່ງເສີມຜູ້ມີອາຍຸສູງ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ:
      “ກ່ອນອື່ນໝົດ ຄວນສືບຕໍ່ປະຕິບັດ ບັນດານະໂຍບາຍຮັບປະກັນຊີວິດສັງຄົມໃຫ້ຜູ້ມີອາຍຸສູງເປັນຢ່າງດີ, ເປີດກ້ວາງເພື່ອໃຫ້ເໝາະສົມກັບເງື່ອນໄຂພັດທະນາເສດຖະກິດເທື່ອລະກ້າວ, ພ້ອມທັງ ເປີດກ້ວາງບັນດາຮູບການການບໍລິການສາທາລະນະສຳລັບຜູ້ມີອາຍຸສູງກ່ວາອີກ ເພື່ອແນໃສ່ສ້າງເງື່ອນໄຂ ໃຫ້ຜູ້ມີອາຍຸສູງໄດ້ສຳຜັດກັບບັນດາການບໍລິການນັບມື້ນັບດີກ່ວາ. ພວກເຮົາຄວນບຸລິມະສິດການລົງທຶນໃຫ້ຂະແໜງເຖົ້າແກ່ຊະລາໃນທຸກຮາກຖານສາທາລະນະສຸກກ່ວາອີກ. ສົ່ງເສີມການພັດທະນາບັນດາຮູບການບໍລິການ, ສະໜອງບັນດາຮູບການດຳເນີນຊີວິດວັດທະນະທຳ, ບັນເທິງຂອງຜູ້ມີອາຍຸສູງ.”
 (ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top