• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມີຜູ້ຕິດໂລກລະບາດໂຄວິດ-19 ຕື່ມອີກ 10 ຄົນ

      ໄລ່ຮອດຕອນເຊົ້າວັນທີ 02 ເມສາ, ຫວຽດນາມ ມີຜູ້ຕິດໂລກລະບາດໂຄວິດ- 19 ຕື່ມອີກ 10 ຄົນ, ຍົກຈຳນວນຜູ້ຕິດໂລກລະບາດໂຄວິດ-19 ຢູ່ຫວຽດນາມ ຂຶ້ນເປັນ 222 ຄົນ.

(ພາບປະກອບ)
      ໃນນັ້ນ, 2 ຄົນແມ່ນພາລະກອນບໍລິສັດ ເຈື່ອງຊິງ ຈຳກັດ, ເຊິ່ງແມ່ນຫົວໜ່ວຍສະໜອງການບໍລິການໃຫ້ແກ່ໂຮງໝໍແບັກມາຍ, 1 ຄົນແມ່ນມາກວດພະຍາດຢູ່ໂຮງໝໍນີ້ ແລະ ອີກ 1 ຄົນແມ່ນຍາດຕິພີ່ ນ້ອງ ທີ່ມາເບິ່ງແຍງຄົນເຈັບຢູ່ທີ່ນີ້ ສ່ວນອີກ 6 ຄົນ ແມ່ນຊາວຫວຽດນາມ ຢູ່ຕ່າງປະເທດທີ່ກັບຄືນມາປະເທດ ເຊິ່ງໄດ້ແຍກຕົວລວມໝູ່ ພາຍຫຼັງເຂົ້າເມືອງມາ, ກໍລະນີນີ້ແມ່ນບໍ່ມີຄວາມສ່ຽງແຜ່ລະບາດອອກສູ່ສັງຄົມ. ປະຈຸບັນ, ບັນດາຄົນເຈັບເຫຼົ່ານັ້ນໄດ້ແຍກຕົວ, ປິ່ນປົ່ວຢູ່ຕ່າງຫາກ ແລະ ມີອາການສຸຂະພາບເປັນປົກກະຕິ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top