• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມີຜູ້ຕິດໄວຣັດ SARS-CoV-2 ຕື່ມອີກ 11 ຄົນ

      ຄ່ຳຄືນວັນທີ 19 ມີນາ, ແຫຼ່ງຂ່າວຈາກກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ກວດພົບຜູ້ຕິດ ໄວຣັດ SARS-CoV-2 ຕື່ມອີກ 11ຄົນ, ຍົກຈຳນວນຜູ້ຕິດໂລກລະບາດ Covid-19 ຢູ່ ຫວຽດນາມ ຂຶ້ນເປັນ 87 ຄົນ.
       
      ໂດຍລະອຽດແມ່ນ: ຜູ້ຕິດເຊື້ອຄົນທີ 77 ເປັນເພດຍິງ, ອາຍຸ 25 ປີ ແລະ ຜູ້ຕິດເຊື້ອຄົນທີ 78 ເປັນເພດຊາຍ, ອາຍຸ 22 ປີ, ລ້ວນແຕ່ຢູ່ ຮ່າໂນ້ຍ ແລະ ແມ່ນນັກສຶກສາພວມຮ່ຳຮຽນຢູ່ ອັງກິດ, ກັບຄືນມາປະເທດໃນວັນທີ 17 ມີນາ 2020.
        ຜູ້ຕິດເຊື້ອຄົນທີ 79 ເປັນເພດຍິງ, ອາຍຸ 48 ປີ, ທີ່ຢູ່ເມືອງ ດົງຫ໋າຍ, ແຂວງ ບາກລຽວ, ດຳລົງຊີວິດຢູ່ ອັງກິດ, ກັບຄືນມາ ປະເທດໃນວັນທີ 14 ມີນາ 2020. ແລະ ຜູ້ຕິດເຊື້ອຄົນທີ 80 ເປັນເພດຊາຍ, ອາຍຸ 18 ປີ, ເປັນລູກຂອງຜູ້ຕິດເຊື້ອຄົນທີ 79.
        ຜູ້ຕິດເຊື້ອຄົນທີ 81 ເປັນເພດຊາຍ, ອາຍຸ 20 ປີ, ຢູ່ແຂວງ ກອນຕຸມ, ໄດ້ກັບຄືນມາ ປະເທດໃນວັນທີ 15 ມີນາ 2020 ຈາກປະເທດ ຝຣັ່ງ.
        ຜູ້ຕິດເຊື້ອຄົນທີ 82 ເປັນເພດຍິງ, ອາຍຸ 16 ປີ, ຢູ່ນະຄອນ ໂຮ່ຈີມິນ. ວັນທີ 14 ມີນາ 2020, ລາວພ້ອມກັບແມ່ອອກຈາກ ລອນດອນ (ອັງກິດ) ໄປ ດູບາຍ ຫລັງຈາກນັ້ນ, ກັບຄືນມາ ປະເທດໃນວັນທີ 15 ມີນາ 2020.
        ຜູ້ຕິດເຊື້ອຄົນທີ 83 ເປັນເພດຍິງ, ອາຍຸ 50 ປີ, ສັນຊາດ ອາເມລິກາ, ພັກອາໄສຢູ່ນະຄອນ ໂຮ່ຈີມິນ. ກວດພົບຕິດໄວຣັດ SARS-CoV-2 ໃນວັນທີ 19 ມີນາ 2020.
        ຜູ້ຕິດເຊື້ອຄົນທີ 84 ເປັນເພດຊາຍ, ອາຍຸ 21 ປີ ຢູ່ເມືອງດົ໊ງດາ, ຮ່າໂນ້ຍແລະ ຜູ້ຕິດເຊື້ອຄົນທີ 85 ເປັນເພດຊາຍ, ອາຍຸ 20 ປີ, ຢູ່ເມືອງບາດິ່ງ, ຮ່າໂນ້ຍ ທັງສອງລ້ວນແຕ່ ເປັນນັກສຶກສາຮຽນຢູ່ ອັງກິດ, ກັບຄືນມາປະເທດໃນວັນທີ 18 ມີນາ 2020.
            ຜູ້ຕິດເຊື້ອຄົນທີ 86 ແລະ 87 ເປັນເພດຍິງ, ສອງຄົນດັ່ງກ່າວລ້ວນແຕ່ເປັນ ນາງພະຍາບານ ຢູ່ ໂຮງໝໍແບກມາຍ. ນີ້ແມ່ນບັນດາແພດໝໍຂອງຫວຽດນາມຄົນທຳອິດຕິດເຊື້ອພະຍາດ Covid – 19.
        ສະນັ້ນ, ໄລ່ມາຮອດປັດຈຸບັນ, ຫວຽດນາມ ມີ ຜູ້ຕິດເຊື້ອ  SARS-CoV-2 87 ຄົນ , ໃນນັ້ນ ມີ 17 ຄົນໄດ້ປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top