• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມານະພະຍາຍາມຍູ້ໄວວິວັດການຄົ້ນຄວ້າ, ຜະລິດວັກຊີນກັນພະຍາດໂຄວິດ-19

      ຫວຽດນາມ ມີ 4 ຫົວໜ່ວຍພວມຄົ້ນຄວ້າ, ຜະລິດວັກຊີນ ໂຄວິດ - 19, ແຕ່ລະຫົວໜ່ວຍໄດ້ຜັນຂະຫຍາຍຕາມທິດສໍາຜັດທີ່ແຕກຕ່າງກັນ, ແຕ່ໃນເບື້ອງຕົ້ນແມ່ນໃຫ້ໝາກຜົນເປັນໜ້າຊື່ນຊົມ; ຖ້າຫາກສະດວກດີ ແມ່ນຈະດໍາເນີນທົດລອງຢູ່ນໍາຄົນໃນທ້າຍປີນີ້.

ກອງປະຊຸມສໍາມະນາຜັນຂະຫຍາຍການຄົ້ນຄວ້າ, ຜະລິດ, ທົດລົງໃນເບື້ອງຕົ້ນ, ອະນຸຍາດຈົດທະບຽນ, ນໍາໃຊ້ວັກຊີນກັນພະຍາດໂຄວິດ - 19 ຢູ່ ຫວຽດນາມ (ພາບ: ກະຊວງສາທາລະນະສຸກ)
      ນີ້ແມ່ນຂໍ້ມູນຂ່າວທີ່ໄດ້ຍົກອອກມາທີ່ກອງປະຊຸມສໍາມະນາຜັນຂະຫຍາຍການຄົ້ນຄວ້າ, ຜະລິດ, ທົດລົງໃນເບື້ອງຕົ້ນ, ອະນຸຍາດຈົດທະບຽນ, ນໍາໃຊ້ວັກຊີນກັນພະຍາດໂຄວິດ - 19 ຢູ່ ຫວຽດນາມ, ເຊິ່ງໄດ້ດໍາເນີນໃນຕອນເຊົ້າວັນທີ 22 ກໍລະກົດ ຢູ່ຮ່າໂນ້ຍ.    
        ທີ່ກອງປະຊຸມ, ທ່ານ ຫງວຽນແທ່ັງລອງ, ຜູ້ຮັກສາການລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຮູ້ວ່າ:
        “ພວກຂ້າພະເຈົ້າກໍພວມກະກຽມໃຫ້ແກ່ບັນດາແຜນຮ່າງທີ່ມີລັກສະນະລົງທຶນ ກໍຄືບັນຫາກ່ຽວກັບກອງທຶນ ວັກຊີນ ເພື່ອສາມາດຮັບປະກັນໃຫ້ປະຊາຊົນຫວຽດນາມ ໄດ້ເຂົ້າເຖິງວັກຊີນໃນໄລຍະໄວທີ່ສຸດ ເມື່ອທົ່ວໂລກມີວັກຊີນ ແລະ ເມື່ອຫວຽດນາມ ສາມາດຜະລິດວັກຊີນໄດ້”.
            ໄລ່ຮອດວັນທີ 15 ກໍລະກົດ, ທົ່ວໂລກມີທັງໝົດ 163 ໂຄງການ ວັກຊີນກັນພະຍາດໂຄວິດ - 19 ພວມໄດ້ຄົ້ນຄວ້າ, ພັດທະນາໃນທົ່ວໂລກ.
(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top