• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືຫລາຍດ້ານກັບ ການາດາ

      ຫວຽດນາມ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືຫລາຍດ້ານກັບ ການາດາ ນັ້ນແມ່ນຄຳຢືນຢັນຂອງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໃນການຕ້ອນຮັບທ່ານລັດຖະມົນຕີການຄ້າສາກົນ ການາດາ Fran Cois-Phipippe Champagne 

ທ່ານປະທານປະເທດ ເຈີ່ນດ້າຍກວາງ
ຕ້ອນຮັບທ່ານລັດຖະມົນຕີການຄ້າສາກົນ ການາດາ Fran Cois-Phipippe Champagne 
      ໃນຕອນບ່າຍວັນທີ 21 ພຶດສະພາ. ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ: ຫວຽດນາມ ພວມຍູ້ແຮງວິວັດທະນາການປ່ຽນແປງໃໝ່ ແນໃສ່ພັດທະນາເສດຖະກິດຢ່າງວ່ອງໄວ ແລະ ໝັ້ນຄົງ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ ເລື່ອງຫວຽດນາມເປັນປະເທດເຈົ້າພາບຈັດຕັ້ງ APEC 2017 ແມ່ນຈຸດສຸມການພົວພັນຕ່າງປະເທດຂອງ ຫວຽດນາມ ແລະ ເຊື່ອໝັ້ນວ່າ ການຮ່ວມມື ຫວຽດນາມ - ການາດາ ໃນຂອບເຂດ APEC ຈະແມ່ນຈຸດສຳຄັນໃນການພົວພັນລະຫວ່າງ 2 ປະເທດໃນປີ 2017. ທ່ານປະທານປະເທດ ປາດຖະໜາຢາກ ການາດາ ສືບຕໍ່ສະໜັບສະໜູນ ແລະ ໜູນຊ່ວຍ ຫວຽດນາມ ຈັດຕັ້ງປີ APEC 2017 ສຳເລັດຜົນ.
        ສ່ວນທ່ານ Fran Cois-Phipippe Champagne ໃຫ້ຮູ້ວ່າ: ລັດຖະບານ ການາດາ ຖືວ່າ 2 ປະເທດຄວນຍູ້ແຮງການພົວພັນຮ່ວມມືກ່ຽວກັບດ້ານການຄ້າ ແລະການລົງທຶນ; ພ້ອມທັງສະແດງຄວາມຫວັງວ່າ ຫວຽດນາມ ສະໜັບສະໜູນ ການາດາ ເປັນສະມາຊິກກອງປະຊຸມສຸດຍອດອາຊີຕາເວັນອອກ.
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top