• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຖືບົດບາດຂອງແມ່ຍິງທີ່ເຂົ້າຮ່ວມຮັກສາສັນຕິພາບເປັນສໍາຄັນ

ວັນທີ 11 ເມສາ, ສະພາຄວາມໝັ້ນຄົງ, ສປຊ ໄດ້ຈັດຕັ້ງກອງປະຊຸມປຶກສາຫາລືເປີດດ້ວຍຫົວຂໍ້ວ່າ “ແມ່ຍິງໃນການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ” ພາຍໃຕ້ການເປັນປະທານຂອງທ່ານນາງ Ursula von der Leyen, ລັດຖະມົນຕີກະຊວງປ້ອງກັນປະເທດ ເຢຍລະມັນ, ເຊິ່ງເປັນປະເທດປະທານຜັດປ່ຽນເດືອນ ເມສາ 2019 ຂອງ ສະພາຄວາມໝັ້ນຄົງ.   

ທ່ານ ເລຮວ່າຍຈູງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ (ພາບ: TTXVN)
ທີ່ກອງປະຊຸມປຶກສາຫາລື, ທ່ານ ເລຮວ່າຍຈູງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເນັ້ກໜັກເຖິງບົດບາດຕັ້ງໜ້າຂອງ ແມ່ຍິງສໍາລັບສັນຕິພາບເວົ້າລວມ ແລະ ການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ເວົ້າສະເພາະ, ເປັນຕົ້ນແມ່ນ ເພີ່ມທະວີປະສິດທິຜົນໃນການແກ້ໄຂບັນດາບັນຫາຄວາມສະເໝີພາບລະຫວ່າງຍິງ-ຊາຍ, ປົກປ້ອງ ແລະ ຊຸກຍູ້ການປະຕິບັດສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກຍິງ. ທ່ານເລຮວ່າຍຈູງ ຖືວ່າ ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ,  ສປຊ ຄວນຊຸກຍູ້ການປະຕິບັດມະຕິເລກທີ 2242 ຂອງ ສະພາຄວາມໝັ້ນຄົງ, ສປຊ ຢ່າງແຮງກວ່າອີກ; ຄົ້ນຄວ້າກ່ຽວກັບບັນດາຮົ້ວກີດຂວາງຂອງແມ່ຍິງເມື່ອເຂົ້າຮ່ວມບັນດາກໍາລັງຮັກສາສັນຕິພາບຢ່າງລະອຽດ ແລະ ສະເໜີມາດຕະການບົນພື້ນຖານຍຸດທະສາດຄວາມສະເໝີພາບລະຫວ່າງຍິງ - ຊາຍ, ພ້ອມທັງສະເໜີບັນດາປະເທດພັດທະນາ ຍູ້ແຮງການໜູນຊ່ວຍຂໍ້ລິເລີ່ມ Elsie  ເພື່ອແນໃສ່ເພີ່ມທະວີຈໍານວນແມ່ຍິງເຂົ້າຮ່ວມບັນດາກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.
(ແຫຼ່ງຄັດຈາກ VOV)

ມາ​ນະ​ພະ​ຍາ​ຍາມ​ນຳ​ກາ​ນ​ພົວ​ພັນ ຫວຽດ​ນາມ - ລາວ ​ກ້າວ​ເຂົ້​າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່, ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ມີ​ຄວາມ​ສະ​ໜິດ​ແໜ້ນ​ກ່​ວາ

ມາ​ນະ​ພະ​ຍາ​ຍາມ​ນຳ​ກາ​ນ​ພົວ​ພັນ ຫວຽດ​ນາມ - ລາວ ​ກ້າວ​ເຂົ້​າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່, ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ມີ​ຄວາມ​ສະ​ໜິດ​ແໜ້ນ​ກ່​ວາ

ສ່ວນທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ກໍ່ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນແລກປ່ຽນຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານຢັ້ງຢືນວ່າ ສອງປະເທດຈະສືບຕໍ່ຮ່ວມມືກັນ, ປະສານສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະ ສາກົນ.

Top