• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຕອບສະໜອງວັນໜ່ວຍໂລກ 2018

“ຢຸດຕິມົນລະພິດສິ່ງເສດເຫຼືອຈາກຢາງ Plastic”. ເຫດການເພື່ອແນໃສ່ສົງສານກ່ຽວກັບການຫລຸດຜ່ອນການນຳໃຊ້ຖົງຢາງ - ຮ່ວມແຮງຮ່ວມໃຈປົກປັກຮັກສາທະເລ...

ພາບປະກອບ

ຕອນເຊົ້າວັນທີ 22 ເມສາ, ສູນຄົ້ນຄ້ວາສິ່ງແວດລ້ອມ ແລະ ປະຊາຄົມຂຶ້ນກັບສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນເມືອງ ເຊີນຈ່າ, ນະຄອນ ດານັ້ງ, ຈັດຕັ້ງລາຍການ “ວັນໜ່ວຍໂລກ 2018” ດ້ວຍຫົວຂໍ້ວ່າ:  “ຢຸດຕິມົນລະພິດສິ່ງເສດເຫຼືອຈາກຢາງ Plastic”. ເຫດການເພື່ອແນໃສ່ສົງສານກ່ຽວກັບການຫລຸດຜ່ອນການນຳໃຊ້ຖົງຢາງ - ຮ່ວມແຮງຮ່ວມໃຈປົກປັກຮັກສາທະເລ ແລະ ປະຕິບັດການແບ່ງປະເພດ, ຫລຸດຜ່ອນໃຫ້ຢູ່ໃນລະດັບຕ່ຳສຸດ, ຜະລິດສິ່ງເສດເຫຼືອຄືນໃໝ່ຢູ່ກັບທີ່ແມ່ນຄວາມຮັບຜິດຊອບຂອງສັງຄົມສິ່ງແວດລ້ອມຂອງແຕ່ລະປະຊາຄົມ, ແຕ່ລະວິສາຫະກິດ.

        ລາຍການລວມມີການເຄື່ອນໄຫວມີຄວາມໝາຍຫຼາຍຢ່າງຄື: ທຳຄວາມສະອາດຢູ່ລຽມຕາມຖະໜົນ ຟ້າມວັນດົ່ງ, ເມືອງ ເຊີນຈ່າ, ນະຄອນ ດານັ້ງ, ການຈັດແບ່ງປະເພດຂີ້ເຫຍື້ອ… ທ່ານນາງ ຫງວຽນງອັກລີ໋, ຜູ້ອຳນວຍການສູນຄົ້ນຄ້ວາສິ່ງແວດລ້ອມ ແລະ ປະຊາຄົມ, ໃຫ້ຮູ້ວ່າ: ນີ້ແມ່ນປີທີ 7 ຢ່າງລຽນຕິດ ທີ່ສູນໄດ້ຈັດຕັ້ງເຫດການຕອບສະໜອງວັນໜ່ວຍໂລກ:

        “ພວກຂ້າພະເຈົ້າປາດຖະໜາຢາກພ້ອມກັບວົງຄະນະຍາດພ້ອມກັນເຂົ້າຮ່ວມວຽກງານຈັດແບ່ງປະເພດ, ເກັບຂີ້ເຫຍື້ອຢູ່ເຮືອນ. ເຮັດແນວໃດເພື່ອໃຫ້ສິ່ງເສດເຫຼືອຈະໄດ້ຮັບການຜະລິດຄືນໃໝ່, ສິ່ງເສດເຫຼືອ ອົງຄະທາດກາຍເປັນຝຸ່ນ ແລະ ຫລຸດຜ່ອນປະລິມານສິ່ງເສດເຫຼືອຢູ່ສະຖານທີ່ບຳບັດ. ສິ່ງດັ່ງກ່າວມີຄວາມໝາຍວ່າ ຫລຸດຜ່ອນໄດ້ປະລິມານສິ່ງເສດເຫຼືອຢ່າງ Plastic ໃນສິ່ງແວດລ້ອມ. ດ້ວຍວິທີການດັ່ງກ່າວນັ້ນ, ພວກເຮົາໄດ້ປະກອບສ່ວນເພື່ອປົກປັກຮັກສາທະເລ, ມະຫາສະໝຸດຂອງພວກເຮົາ.”

(ແຫຼ່ງຄັດຈາກ VOV)


ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top