• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວ​ເນ​ຊູ​ເອ​ລາ ປະ​ກາດການ​ໄວ້​ອາ​ໄລ​ລະ​ດັບ​ຊາດ 7 ວັນ ເພື່ອ​ອາ​ໄລ​ຫາ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ

ທ່ານນາງ Deley Rodriguez ​ປະ​ທາ​ນາ​ທິ​ບໍ​ດີ ຊົ່ວ​ຄາວ ເວ​ເນ​ຊູ​ເອ​ລາ ປະ​ກາດການ​ໄວ້​ອາ​ໄລ​ລະ​ດັບ​ຊາດ 7 ວັນ​ເລີ່ມ​ແຕ່​ເວ​ລາ 18 ໂມງ​ຂອງວັນ​ທີ 1 ກໍ​ລະ​ກົດ ຕາມ​ເວ​ລາ​ທ້ອງ​ຖິ່ນ ວັນ​ທີ 1 ກໍ​ລະ​ກົດ, ທ່ານນາງ Deley Rodriguez ​ປະ​ທາ​ນາ​ທິ​ບໍ​ດີ ຊົ່ວ​ຄາວ ເວ​ເນ​ຊູ​ເອ​ລາ ໄດ້​ປະ​ກາດ ​ການ​ໄວ້​ອາ​ໄລ​ລະ​ດັບ​ຊາດ 7 ວັນ ເພື່ອ​ອາ​ໄລ​ຫາ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ໃນ​ເຫດ​ແຜ່ນ​ດິນ​ໄຫວ​ໃຫຍ່​ເປັນ​ສອງ​ຄັ້ງ​ຢູ່​ປະ​ເທດນີ້​ເມື່ອ​ອາ​ທິດ​ກ່ອນ ເຊິ່ງ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ເກືອບ 2.300 ຄົນ ແລະ ຜູ້​ຫາຍ​ສາບ​ສູນ​ນັບ​ພັນ​ຄົນ. ທ່ານ​ນາງ Rodriguez ປະ​ກາດການ​ໄວ້​ອາ​ໄລ​ລະ​ດັບ​ຊາດ 7 ວັນ​ເລີ່ມ​ແຕ່​ເວ​ລາ 18 ໂມງ​ຂອງວັນ​ທີ 1 ກໍ​ລະ​ກົດ ຕາມ​ເວ​ລາ​ທ້ອງ​ຖິ່ນ ແລະ ສົ່ງ​ສານ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ ໃຫ້​ກຳ​ລັງ​ໃຈ ໄປ​ຍັງ​ບັນ​ດາ​ຜູ້ທີ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ເຫດ​ວິ​ນາດ​ຕະ​ກຳ, ທ່ານ​ຢັ້ງ​ຢືນຄຳ​ໝັ້ນ​ສັນ​ຍາ​ ຈະ​ຮ່ວມ​ເດີນ​ທາງ ແລະ ປົກ​ປ້ອງ​ເຂົາ​ເຈົ້າ. ໃນ​ເຫດ​ການ​ທີ່​ກ່ຽວ​ຂ້ອງ, ພາຍ​ຫຼັງ​ຄວາມ​ມາ​ນະ​ພະ​ຍາ​ຍາມຄົ້ນ​ຫາ, ຄະ​ນະ​ກູ້​ໄພ​ກູ້​ຊີບ ຫວຽດ​ນາມ ໄດ້​ນຳ​ອັດ​ຖິ​ຜູ້​ປະ​ສົບ​ເຄາະ​ຮ້າຍ 11 ອັດ​ຖິ​ອອກ​ຈາກ​ຊາກ​ຫັກ​ພັງ ແລະ ມອບ​ໃຫ້​ຝ່າຍ ເວ​ເນ​ຊູ​ເອ​ລາ.

(ແຫຼ່ງຄັດຈາກ VOV)

ເມື່ອງກົກ - ຜະລິດຕະພັນທ່ອງທ່ຽວຊຸມຊົນໃໝ່ຂອງນະຄອນຫຼວງ

ເມື່ອງກົກ - ຜະລິດຕະພັນທ່ອງທ່ຽວຊຸມຊົນໃໝ່ຂອງນະຄອນຫຼວງ

ນີ້ແມ່ນຜະລິດຕະພັນທ່ອງທ່ຽວຊຸມຊົນໃໝ່ຂອງນະຄອນຫຼວງ, ໄດ້ພັດທະນາຕາມຮູບແບບສີຂຽວ, ຍືນຍົງ

Top