• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຍາມໃດກໍ່ເປີດກ້ວາງການຮ່ວມມື ແລະ ເຊື່ອມຕໍ່ສາກົນເພື່ອສັນຕິພາບ,ການຮ່ວມມື ແລະ ພັດທະນາ

      ຫວຽດນາມ ແລະ ຈີນ ບັນລຸໄດ້ຄວາມຮັບຮູ້ລວມຫຼາຍຢ່າງທີ່ສຳຄັນກ່ຽວກັບທິດທາງ ແລະ ບັນດາມາດຕະການເພື່ອແນໃສ່ເພີ່ມທະວີຄວາມເຊື່ອໝັ້ນດ້ານການເມືອງ, ປັບປຸງການພົວພັນມິດຕະພາບ, ຊຸກຍູ້ການຮ່ວມມື, ຮັກສາສັນຕິພາບ ແລະ ທ່າພັດທະນາປອດໄສ, ມີສະຖຽນລະພາບໃນການພົວພັນ 2 ປະເທດ. 
ທ່ານປະທານປະເທດ ເຈີ່ນດ້າຍກວາງ ເຂົ້າຮ່ວມເວທີປາໄສ ການຮ່ວມມືສາກົນ “ຂອບອ້ອມ ແລະ ແລວທາງ”
      ເມື່ອຕອບສຳພາດຕໍ່ສື່ມວນຊົນກ່ຽວກັບການຢ້ຽມຢາມທາງລັດຖະກິດ ສປ ຈີນ ແລະ ເຂົ້າຮ່ວມເວທີປາໄສການຮ່ວມມືສາກົນ “ຂອບອ້ອມ ແລະ ແລວທາງ” ຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ, ທ່ານຮອງລັດຖະມົນຕີການຕ່າງປະເທດ ເລຮ່ວາຍຈູງ ເນັ້ນໜັກວ່າ: ຫວຽດນາມ ແລະ ຈີນ ເຫັນດີປັບປຸງ ແລະ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈການເມືອງລະຫວ່າງ 2 ພັກ, 2 ລັດ, ເສີມຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ເພີ່ມທະວີການພົວພັນແລກປ່ຽນ, ການຮ່ວມມືໃນບັນດາຂົງເຂດການທູດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ປະຕິບັດກົດໝາຍ, ສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວພົວພັນແລກປ່ຽນມິດຕະພາບປະຊາຊົນ, ພິເສດແມ່ນລະຫວ່າງລຸ້ນໜຸ່ມ 2 ປະເທດ. 2 ຝ່າຍເຫັນດີແກ້ໄຂບັນດາຄວາມບໍ່ລົງລອຍກັນ, ສະພາບການບົນທະເລຕາເວັນອອກຢ່າງສົມເຫດສົມຜົນ, ເສີມຂະຫຍາຍບັນດາກົນໄກເຈລະຈາທີ່ມີຢູ່ແລ້ວ, ຄວບຄຸມບັນດາຄວາມບໍ່ລົງລອຍກັນບົນທະເລ, ບໍ່ມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຮອບດ້ານ ແລະ ມີປະສິດທິຜົນ, ຊຸກຍູ້ການບັນລຸກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC)ໂດຍໄວ.
      ຕາມທ່ານຮອງລັດຖະມົນຕີການຕ່າງປະເທດ ເລຮ່ວາຍຈູງ, ຫວຽດນາມ ໄດ້ເຂົ້າຮ່ວມຕັ້ງໜ້າໃນການເຄື່ອນໄຫວຂອງເວທີປາໄສ ແລະ ວິວັດການສ້າງບັນດາເອກະສານໃນເວທີປາໄສຂັ້ນສູງການຮ່ວມມືສາກົນ “ຂອບອ້ອມ ແລະ ແລວທາງ” ຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ສະແດງໃຫ້ເຫັນແຈ້ງແນວທາງການຕ່າງປະເທດເອກະລາດ ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ. 
 (ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top