• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຈະເຂົ້າຮ່ວມການເຈລະຈາ Shangri-La 17 ຢູ່ ສິງກະໂປ

      ແຕ່ວັນທີ 31 ພຶດສະພາ ຫາວັນທີ 3 ມິຖຸນາ, ທ່ານພົນເອກ ໂງຊວນລີ້ກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ນຳໜ້າຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ຈະເຂົ້າຮ່ວມການເຈລະຈາ Shingri-La ຄັ້ງທີ 17 ຢູ່ສິງປະໂປ ຕາມຄຳເຊີນຂອງຄະນະຈັດຕັ້ງການເຈລະຈາ Shingri-La.

ທ່ານພົນເອກ ໂງຊວນລີ້ກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ (ພາບອິນເຕີແນັດ)
      ຄາດວ່າ ທ່ານພົນເອກ ໂງຊວນລີ້ກ ຈະມີບົດກ່າວປາໄສສຳຄັນທີ່ການເຈລະຈາ. ຢູ່ນອກການເຈລະຈາ, ທ່ານລັດຖະມົນຕີ ໂງຊວນລີ້ກ ຈະມີບັນດາການພົບປະ 2 ຝ່າຍກັບລັດຖະມົນຕີກະຊວງປ້ອງກັນປະເທດຂອງປະເທດຕ່າງໆ.
        ການເຈລະຈາ Shangri-La ຄັ້ງນີ້ ມີກອງປະຊຸມຄົບຄະນະ 5 ກອງປະຊຸມ ດ້ວຍບັນດາຫົວຂໍ້ວ່າ: ບົດບາດຊີ້ນຳນຳພາຂອງ ອາເມລິກາ ແລະ ບັນດາສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງໃນມະຫາສະໝຸດອິນເດຍ - ປາຊີຟິກ; ຫລຸດຜ່ອນວິກິດການ ສປປ.ເກົາຫຼີ; ກຳນົດຄວາມເປັນລະບຽບຮຽບຮ້ອຍຄວາມໝັ້ນຄົງທີ່ພວມປ່ຽນແປງຂອງ ອາຊີ; ບັນດາແງ່ມູມໃໝ່ຂອງລັດທິກໍ່ການຮ້າຍ ແລະ ການເຄື່ອນໄຫວຕ້ານກໍ່ການຮ້າຍ; ຍົກສູງຄຸນນະພາບແຫ່ງການຮ່ວມມືວຽກງານປ້ອງກັນຄວາມສະຫງົບໃນພາກພື້ນ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top