• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມແລະຊູແອັດ ຊຸກຍູ້ການສ້າງການພົວພັນຄູ່ຮ່ວມມືຍຸດທະສາດຂະແຫນງ

      ຕອນເຊົ້າວັນທີ 23 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ໄດ້ມີການເຈລະຈາກັບ ລັດຖະມົນຕີການຕ່າງປະເທດ ຊູແອັດ ທ່ານນາງ Margot Wallstrom ເນື່ອງໃນໂອກາດທ່ານນາງຢ້ຽມຢາມຫວຽດນາມ ແຕ່ວັນທີ 21-23 ພະຈິກ. 
 
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ
ແລະ ທ່ານນາງລັດຖະມົນຕີການຕ່າງປະເທດ ຊູແອັດ Margot Wallstrom 
      ທີ່ການເຈລະຈາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ແລະ ທ່ານນາງລັດຖະມົນຕີການຕ່າງປະເທດ ຊູແອັດເຫັນດີຍູ້ແຮງການແລກປ່ຽນຄະນະຜູ້ແທນ, ພິເສດແມ່ນບັນດາຄະນະຜູ້ແທນຂັ້ນສູງ, ສືບຕໍ່ສົມທົບຢ່າງແຫນ້ນແຟ້ນທີ່ບັນດາເວທີປາໄສຫລາຍຝ່າຍ ພາກພື້ນ ແລະສາກົນ.
      ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ສະເຫນີບັນດາມາດຕະການລະອຽດ ເພື່ອຊຸກຍູ້ການຮ່ວມມືໃນບັນດາຂົງເຂດຈຸດສຸມຄື: ການເມືອງ - ການທູດ, ການຄ້າ ແລະ ການລົງທຶນ, ການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຊີ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ສະເຫນີ ຊູແອັດ ຊຸກຍູ້ການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີ EVFTA ໂດຍໄວ, ແລະ ປາດຖະຫນາຢາກໄດ້ຮັບກະແສເງິນລົງທຶນຕື່ມອີກ, ເຕັກໂນໂລຊີກ້າວຫນ້າ ແລະ ບົດຮຽນຄຸ້ມຄອງໃນບັນດາຂົງເຂດຊື່ງ ຊູແອັດ ມີທ່າແຮງ.
      ສອງຝ່າຍເຫັນດີຊຸກຍູ້ການສ້າງການພົວພັນຄູ່ຮ່ວມມືຍຸດທະສາດຂະແຫນງລະຫວ່າງສອງປະເທດໃນບາງຂົງເຂດ.
ທ່ານນາງລັດຖະມົນຕີການຕ່າງປະເທດ ຊູແອັດ Margot Wallstrom  ຢືນຢັນ: ຊູແອັດ ປາດຖະຫນາຢາກພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫລາຍດ້ານກັບຫວຽດນາມ ກ່ວາອີກ.  
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ກອງ​ປະ​ຊຸມ ຕຳ​ໜິ​ຕິ​ຊົມ, ຕີ​ລາ​ຄາ, ຈັດ​ອັນ​ດັບ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ກອງ​ປະ​ຊຸມ ຕຳ​ໜິ​ຕິ​ຊົມ, ຕີ​ລາ​ຄາ, ຈັດ​ອັນ​ດັບ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເຈິ່ນແທັງເໝິນ ໃຫ້ຮູ້ວ່າ ຊຸມປີຜ່ານມາ, ການຈັດຕັ້ງການຕຳໜິຕິຊົມຕາມແຕ່ລະກຸ່ມ, ສົມທົບກັບການປະກອບຄຳເຫັນລວມ ບັນລຸປະສິດທິຜົນສູງ.

Top