• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເປັນປະທານກອງປະຊຸມສະຫຼຸບຄະນະກຳມະການອາຊຽນຢູ່ນິວຢອກ

      ບັນດາປະເທດໄດ້ສະແດງຄວາມຊົມເຊີຍຕໍ່ຫວຽດນາມ ທີ່ໄດ້ປະສົບຜົນສຳເລັດໃນການຮັບດຳລົງຕຳແໜ່ງປະທານຄະນະກຳມະການອາຊຽນ ຢູ່ນິວຢອກ

(ກອງປະຊຸມທາງອອນລາຍ ທົບທວນຄືນບັນດາການເຄື່ອນໄຫວຂອງຄະນະກຳມະການໃນທັງປີ)
      ດ້ວຍບົດບາດເປັນປະທານອາຊຽນ ຢູ່ນິວຢອກ ປີ 2020, ວັນທີ 07 ທັນວາ, ຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຈັດກອງປະຊຸມທາງອອນລາຍ ເພື່ອແນໃສ່ທົບທວນຄືນບັນດາການເຄື່ອນໄຫວຂອງຄະນະກຳມະການໃນທັງປີ, ມອບຮັບບົດບາດປະທານຄະນະກຳມະການອາຊຽນ ຢູ່ນິວຢອກ ປີ 2021 ໃຫ້ແກ່ບຣູໄນ ແລະ ແລກປ່ຽນກ່ຽວກັບການກຳນົດທິດໃຫ້ບຸລິມະສິດເຊິ່ງບັນດາປະເທດອາຊຽນ ຈະຊຸກຍູ້ຢູ່ສະຫະປະຊາຊາດ ໃນໄລຍະຈະມາເຖິງ. ທີ່ກອງປະຊຸມ, ບັນດາປະເທດໄດ້ສະແດງຄວາມຊົມເຊີຍຕໍ່ຫວຽດນາມ ທີ່ໄດ້ປະສົບຜົນສຳເລັດໃນການຮັບດຳລົງຕຳແໜ່ງປະທານຄະນະກຳມະການອາຊຽນ ຢູ່ນິວຢອກ ແລະ ຖືວ່າ, ຫວຽດນາມ ໄດ້ມີການປະສານງານບັນດາການເຄື່ອນໄຫວຂອງອາຊຽນ ຢ່າງສຳເລັດຜົນໂດຍໄວ ຜ່ານບັນດາຂໍ້ສະເໜີຢ່າງມີຫົວຄິດປະດິດສ້າງ ແລະ ມີປະສິດທິຜົນ. ໃນປີ 2020, ບັນດາປະເທດໄດ້ຕີລາຄາຈິດໃຈຄວາມສາມັກຄີ ແລະ ການຮ່ວມມືອາຊຽນ ສືບຕໍ່ໄດ້ຮັດແໜ້ນຜ່ານການຊຸກຍູ້ຜົນສຳເລັດຂອງບັນດາການເຄື່ອນໄຫວຮ່ວມມື, ສະໜັບສະໜູນບັນດາຂໍ້ລິເລິ່ມ, ບັນດາສະມາຊິກອອກສະໝັກເລືອກຕັ້ງຂອງກັນຢູ່ອົງການສະຫະປະຊາຊາດ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພົບປະກັບ ຜູ້ຕາງໜ້າວິສາຫະກິດ ອາເມລິກາ ທີ່ເຂົ້າຮ່ວມໃນຂໍ້ລິເລີ່ມຊອກຫາຊາວ ຫວຽດນາມ ທີ່ຫາຍສາບສູນໃນສົງຄາມ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພົບປະກັບ ຜູ້ຕາງໜ້າວິສາຫະກິດ ອາເມລິກາ ທີ່ເຂົ້າຮ່ວມໃນຂໍ້ລິເລີ່ມຊອກຫາຊາວ ຫວຽດນາມ ທີ່ຫາຍສາບສູນໃນສົງຄາມ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ຕີລາຄາສູງຕໍ່ການໜູນຊ່ວຍຈາກຝ່າຍ ອາເມລິກາ ໃນການຊອກຫາ, ທ້ອມໂຮມ ແລະ ຢັ້ງຢືນຊື່ ແລະ ນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ.

Top