ຂ່າວສານ

ຫວຽດນາມເປັນປະທານກອງປະຊຸມສະຫຼຸບຄະນະກຳມະການອາຊຽນຢູ່ນິວຢອກ

      ບັນດາປະເທດໄດ້ສະແດງຄວາມຊົມເຊີຍຕໍ່ຫວຽດນາມ ທີ່ໄດ້ປະສົບຜົນສຳເລັດໃນການຮັບດຳລົງຕຳແໜ່ງປະທານຄະນະກຳມະການອາຊຽນ ຢູ່ນິວຢອກ

(ກອງປະຊຸມທາງອອນລາຍ ທົບທວນຄືນບັນດາການເຄື່ອນໄຫວຂອງຄະນະກຳມະການໃນທັງປີ)
      ດ້ວຍບົດບາດເປັນປະທານອາຊຽນ ຢູ່ນິວຢອກ ປີ 2020, ວັນທີ 07 ທັນວາ, ຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຈັດກອງປະຊຸມທາງອອນລາຍ ເພື່ອແນໃສ່ທົບທວນຄືນບັນດາການເຄື່ອນໄຫວຂອງຄະນະກຳມະການໃນທັງປີ, ມອບຮັບບົດບາດປະທານຄະນະກຳມະການອາຊຽນ ຢູ່ນິວຢອກ ປີ 2021 ໃຫ້ແກ່ບຣູໄນ ແລະ ແລກປ່ຽນກ່ຽວກັບການກຳນົດທິດໃຫ້ບຸລິມະສິດເຊິ່ງບັນດາປະເທດອາຊຽນ ຈະຊຸກຍູ້ຢູ່ສະຫະປະຊາຊາດ ໃນໄລຍະຈະມາເຖິງ. ທີ່ກອງປະຊຸມ, ບັນດາປະເທດໄດ້ສະແດງຄວາມຊົມເຊີຍຕໍ່ຫວຽດນາມ ທີ່ໄດ້ປະສົບຜົນສຳເລັດໃນການຮັບດຳລົງຕຳແໜ່ງປະທານຄະນະກຳມະການອາຊຽນ ຢູ່ນິວຢອກ ແລະ ຖືວ່າ, ຫວຽດນາມ ໄດ້ມີການປະສານງານບັນດາການເຄື່ອນໄຫວຂອງອາຊຽນ ຢ່າງສຳເລັດຜົນໂດຍໄວ ຜ່ານບັນດາຂໍ້ສະເໜີຢ່າງມີຫົວຄິດປະດິດສ້າງ ແລະ ມີປະສິດທິຜົນ. ໃນປີ 2020, ບັນດາປະເທດໄດ້ຕີລາຄາຈິດໃຈຄວາມສາມັກຄີ ແລະ ການຮ່ວມມືອາຊຽນ ສືບຕໍ່ໄດ້ຮັດແໜ້ນຜ່ານການຊຸກຍູ້ຜົນສຳເລັດຂອງບັນດາການເຄື່ອນໄຫວຮ່ວມມື, ສະໜັບສະໜູນບັນດາຂໍ້ລິເລິ່ມ, ບັນດາສະມາຊິກອອກສະໝັກເລືອກຕັ້ງຂອງກັນຢູ່ອົງການສະຫະປະຊາຊາດ.
(ແຫຼ່ງຄັດຈາກ VOV)


top