• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ຫານ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຕ້ອງ​ກາຍ​ເປັນເສົາ​ຄ້ຳ​ສຳ​ຄັນຂອງ​ການ​ພົວ​ພັນ​ໃໝ່ ຫວຽດ​ນາມ - ກາ​ນາ​ດາ

ສອງ​ປະ​ເທດ​ຄວ​ນ​ສືບ​ຕໍ່​ຮັກ​ສາ​ການ​ແລກ​ປ່ຽນ, ພົບ​ປະ​ເປັນ​ປະ​ຈຳ​ຢູ່​ທຸກ​ຂັ້ນ, ເປັນ​ຕົ້ນ​ແມ່ນ​ຂັ້ນ​ສູງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຖື​ວ່າ ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ​ຕ້ອງ​ກາຍ​ເປັນ​ເສົາ​ຄ້ຳ​ສຳ​ຄັນຂອງ​ການ​ພົວ​ພັນ​ໃໝ່.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກ່າວ​ຄຳ​ເຫັນ​ນະ​ໂຍ​ບາຍ​ຢູ່​ສະ​ພາ​ແຫ່ງ​ຊາດ ກາ​ນາ​ດາ (ພາບ: VNA)

ໃນ​ຂອບ​ເຂດ​ການ​ເດີນ​ທາງໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່​ ກາ​ນາດາ, ຕອນ​ບ່າຍ​ວັນ​ທີ 24 ກັນ​ຍາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ ກາ​ນາ​ດາ, ນະ​ຄອນຫຼວງ Ottawa, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ມີ​ບົດ​ກ່າວ​ປາ​ໄສ​ນະ​ໂຍ​ບາຍ “ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ກາ​ນາ​ດາ ໃນ​ສະ​ພາບ​ການ​ໂລກທີ່​ເຕັມ​ໄປ​ດ້ວຍ​ການ​ຜັນ​ແປ”.

ເມື່ອແບ່ງ​ປັນຂໍ້​ສັງ​ເກດ​ກັບ ​ທ່ານ Mark Carney ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກາ​ນາ​ດາ ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຕ້ອ​ງ​ສ້າງ​ກຳ​ລັງ​ແຮງ​ຈາກ​ພາຍ​ໃນ ແລະ ຫັນ​ການ​ພົວ​ພັນ​ພາຍນອກ​ເປັນຫຼາຍ​ຮູບຫຼາຍ​ແບບ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ແລະ ກາ​ນາ​ດາ ລ້ວນ​ແຕ່​ມີ​ຜົນ​ປະ​ໂຫຍດ​ໃນ​ການ​ຍົກ​ສູງ​ຄວາມ​ສາ​ມາດ​ເປັນ​ເຈົ້າ​ຕົນ​ເອງ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ສາ​ກົນ​ແຫ່ງ​ສັນ​ຕິ​ພາບ, ມີ​ສະ​ຖຽນ​ລະ​ພາບ. ໃນ​ໂລກ​ທີ່ເຕັ​ມ​ໄປ​ດ້ວຍ​ການຜັນ​ແປ, ການ​ພົວ​ພັນ​ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ຍາວ​ນານ ແມ່ນ​ຄຸນ​ຄ່າ​ຍຸດ​ທະ​ສາດ​ຢ່າງ​ແທ້​ຈິງ.

ໂດຍ​ຍົກ​ອອກ​ບັນ​ດາ​ທິດ​ທາງການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ສອງ​ປະ​ເທດ​ຄວ​ນ​ສືບ​ຕໍ່​ຮັກ​ສາ​ການ​ແລກ​ປ່ຽນ, ພົບ​ປະ​ເປັນ​ປະ​ຈຳ​ຢູ່​ທຸກ​ຂັ້ນ, ເປັນ​ຕົ້ນ​ແມ່ນ​ຂັ້ນ​ສູງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຖື​ວ່າ ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ​ຕ້ອງ​ກາຍ​ເປັນ​ເສົາ​ຄ້ຳ​ສຳ​ຄັນຂອງ​ການ​ພົວ​ພັນ​ໃໝ່. ສອງ​ປະ​ເທດ​ໄດ້​ເຊື່ອມ​ຕໍ່​​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ, ສະ​ຖາ​ບັນ​ຄົ້ນ​ຄ້​ວາ ແລະ ວິ​ສາ​ຫະ​ກິດ, ໃຫ້​ບຸ​ລິ​ມະ​ສິດ​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ຄົ້ນ​ຄ້ວາ​ລວມ​ກ່ຽວ​ກັບ​ປັນ​ຍາ​ປະ​ດິດເພື່ອການໜູນໃຊ້, ເຕັກ​ໂນ​ໂລ​ຢີ​ສະ​ອາດ ແລະ ເຕັກ​ໂນ​ໂລ​ຢີ​ທະ​ເລ. ສອງ​ຝ່າຍ​ກໍ່​ຕ້ອງ​ສ້າງ​ເງື່ອນ​ໄຂ​ສະ​ດວກກວ່າ​ໃຫ້​ແກ່​ການ​ທ່ອງ​ທ່ຽວ, ການ​ສຶກ​ສາ, ການ​ຄົ້ນ​ຄ້​ວາ ແລະ ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ກາ​ນາ​ດາ ອອກ​ຖະ​ແຫຼງ​ການ​ຮ່ວມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ ແລະ ກາ​ນາ​ດາ ອອກ​ຖະ​ແຫຼງ​ການ​ຮ່ວມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ ແລະ ກາ​ນາ​ດາ​ ໄດ້​ຕັດ​ສິນ​ໃຈ​ຍົກ​ລະ​ດັບ​ກາ​ນ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ເປັນຂີດໝາຍບາດ​ກ້າວ​ພັດ​ທະ​ນາ​ສຳ​ຄັນ​ໃນ​ການ​ພົວ​ພັນ​ສອງ​ປະ​ເທດ​ນັບ​ແຕ່​ເວ​ລາ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ໃນ​ປີ 1973.

Top