• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຫວັງເພີ່ມທະວີການພົວພັນຮ່ວມມືຮອບດ້ານກັບເມັກຊິກໂກ

      ທ່ານປະທານປະເທດຫວຽດນາມເຈິນດ້າຍກວາງ ຢືນຢັນວ່າ ຫວຽດນາມຖືເປັນສຳຄັນ ແລະ ຫວັງສືບຕໍ່ ເພີ່ມທະວີການພົວພັນຮ່ວມມືຮອບດ້ານກັບເມັກຊິກໂກທັງຂອບເຂດ 2 ຝ່າຍ ແລະ ຫຼາຍຝ່າຍ

ທ່ານປະທານປະເທດຫວຽດນາມເຈິນດ້າຍກວາງ ແລະ  ອະດີດປະທານາທິບໍດີ ເມັກຊິກໂກ Carlos Salinmas de Gortari
      ຕອນບ່າຍວັນທີ 17 ກໍລະກົດ, ຢູ່ຮ່າໂນ້ຍ,  ໃນການຕ້ອນຮັບອະດີດປະທານາທິບໍດີ ເມັກຊິກໂກ Carlos Salinmas de Gortari ຊຶ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມນັ້ນ, ທ່ານປະທານປະເທດຫວຽດນາມເຈິນດ້າຍກວາງ ຢືນຢັນວ່າ ຫວຽດນາມຖືເປັນສຳຄັນ ແລະ ຫວັງສືບຕໍ່ ເພີ່ມທະວີການພົວພັນຮ່ວມມືຮອບດ້ານກັບເມັກຊິກໂກທັງຂອບເຂດ 2 ຝ່າຍ ແລະ ຫຼາຍຝ່າຍ. ທ່ານປະທານປະເທດຫວຽດນາມເຈິນດ້າຍກວາງ ສະເໜີ 2 ປະເທດຈົ່ງຊຸກຍູ້ການເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ຊຸກຍູ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງຜັນຂະຫຍາຍການເຄື່ອນໄຫວເປັນປະຈຳຂອງຄະນະກຳມາທິການປະສົມການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ແນໃສ່ເປັນເອກະພາບໃນບັນດາຂົງເຂດ, ແບບວິທີການຮ່ວມມື 2 ຝ່າຍ.
    ສ່ວນອະດີດປະທານາທິບໍດີ ເມັກຊິກໂກ Carlos Salinmas de Gortari ສະແດງຄວາມເຊື້ອໝັ້ນຕໍ່ສາຍພົວພັນລະຫວ່າງ 2 ປະເທດ ຈະນັບມື້ນັບພັດທະນາ ພ້ອມທັງຢືນຢັນວ່າ ເມັກຊິກໂກຍາມໃດກໍເປັນເພື່ອນທີ່ສະໜິດຕິດພັນກັບຫວຽດນາມ. 
(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

ຫວ່າງມໍ່ໆມານີ້, ສື່ມວນຊົນ ອາເມລິກາ ໄດ້ໃຫ້ຂ່າວວ່າ, ບັນດາເຈົ້າໜ້າທີ່ ເວເນຊູເອລາ ແລະ ອາເມລິກາ ພວມປຶກສາຫາລືກ່ຽວກັບຄວາມສາມາດເຊື່ອມຕໍ່ການສົ່ງອອກນ້ຳມັນດິບຂອງປະເທດນີ້ໄປຍັງ ອາເມລິກາ.

Top