• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມສວມບົດບາດຕົວເລັ່ງຊຸກຍູ້ບັນດາປະເທດອາຊຽນເຂົ້າຮ່ວມ OECD

      ວັນທີ 08 ມີນາ, ກອງປະຊຸມລັດຖະມົນຕີອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ກ່ຽວກັບໂຄງການອາຊີຕາເວັນອອກສ່ຽງໃຕ້ (SEARP) ດ້ວຍຫົວຂໍ້ ອາຊຽນ ກວມລວມ
ຖືກດຳເນີນຢູ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ. ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ບຸຍແທງເຊີນ ນຳໜ້າ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ບຸຍແທງເຊີນ ໃຫ້ຂໍ້ສັງເກດວ່າ, ໂຄງການອາຊີຕາເວັນອອກສ່ຽງໃຕ້ ເຊິ່ງ OECD ເລີ່ມເຄື່ອນໄຫວນັບແຕ່ປີ 2014 ແມ່ນເພື່ອແນໃສ່ໜູນຊ່ວຍບັນດາປະເທດອາຊຽນ ຊຸກຍູ້ການປະຕິຮູບດ້ານເສດຖະກິດ ແລະ ການເຊື່ອມໂຍງ, ມາຮອດປະຈຸບັນໄດ້ສິ້ນສຸດໄລຍະທຳອິດດ້ວຍບັນດາໝາກຜົນ ຕັ້ງໜ້າຫຼາຍຢ່າງ. ຫວຽດນາມ ສະເໜີໃຫ້ອາຊຽນ ສືບຕໍ່ໃຫ້ບຸລິມະສິດຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ ຜ່ານບັນດາຂໍ້ຕົກລົງດ້ານການຄ້າເສລີ 2 ຝ່າຍ ແລະ ພາກພື້ນ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ເພື່ອຊຸກຍູ້ພາກເອກະຊົນເຂົ້າຮ່ວມການພັດທະນາດ້ານພື້ນຖານໂຄງລ່າງ; ເພີ່ມທະວີການເຊື່ອມຕໍ່ດີຈີຕອນ, ລົງທຶນບຳລຸງສ້າງດ້ານທັກສະ ແລະ ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດເພື່ອຍາດແຍ່ງເອົາບັນດາກາລະໂອກາດ ແລະ ຜົນປະໂຫຍດຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ຢ່າງມີ  ປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)
 

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top